ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວກະສິກອນເມືອງຜາອຸດົມ ຂຸ້ນຂ້ຽວເກັບກ່ຽວຜົນຜະລິດພືດລະດູຝົນ ໃຫ້ທ່ວງທັນເວລາ

Nov 18, 2024

ຕາມການລາຍງານຂອງຫ້ອງການກະສິກໍາ ແລະປ່າໄມ້ ເມືອງຜາອຸດົມ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເລີ່ມແຕ່ກາງ ເດືອນຕຸລາ 2024 ເປັນຕົ້ນມາຊາວກະສິກອນ ເມືອງຜາອຸດົມ ໄດ້ລົງມືເກັບກ່ຽວຜົນຜະລິດພືດລະດູຝົນ ປະຈໍາປີ 2024. ທົ່ວເມືອງ ມີເນື້ອທີ່ນາປີ 2,470 ເຮັກຕາ ມີ 35 ບ້ານ ມີ 2,090 ຄອບຄົວ, ຄາດຄະເນສະມັດຕະພາບ 4,5 ໂຕນ/ເຮັກຕາ, ນາຢອດເມັດ ມີເນື້ອທີ່ 25 ເຮັກຕາ ມີ 55 ຄອບຄົວ ມີ 14 ບ້ານ. ປັດຈຸບັນ ເກັບກ່ຽວແລ້ວ 80%, ເທົ່າກັບ 1,976 ເຮັກຕາ ຜົນຜະລິດໄດ້ 8,892 ໂຕນ, ມີເນື້ອທີ່ເຂົ້າໄຮ່ 3,870 ເຮັກຕາ ມີ 53 ບ້ານ ມີ 3,870 ຄອບຄົວ ຄາດຄະເນສະມັດຕະພາບ 1.6 ໂຕນ/ເຮັກຕາ ປັດຈຸບັນ ເກັບກ່ຽວສໍາເລັດ 90%, ຜົນຜະລິດໄດ້ 5,573 ໂຕນ. ນອກຈາກ ການປູກເຂົ້າແລ້ວຊາວກະສິກອນ ເມືອງຜາອຸດົມ ຍັງໄດ້ປູກພືດສະບຽງອາຫານ ເປັນຕົ້ນ: ແມ່ນການປູກເຜືອກ, ປູກມັນ ໃນເນື້ອທີ່ 20 ເຮັກຕາ, ມີ 15 ບ້ານ, ມີ 80 ຄອບຄົວ ຄາດຄະເນສະມັດຕະພາບຜົນຜະລິດທັງໝົດໄດ້ 10 ໂຕນ, ການປູກພືດຜັກມີເນື້ອທີ່ 20 ເຮັກຕາ, ມີ 15 ບ້ານ, ມີ 35 ຄອບຄົວ, ຄາດຄະເນສະມັດຕະພາບ 2,5 ໂຕນ.
ສະມາຄົມຄໍາຄິດ ໄດ້ຕອບສະໜອງແນວພັນພືດຜັກປະເພດ ຜັກກາດ, ຜັກຫອມປ້ອມ ແລະ ຜັກຊີ ໃຫ້ກັບຄອບຄົວທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ 6 ບ້ານ, ມີແນວພັນພືດທັງໝົດ 668 ປ໋ອງ. ການປູກພືດຜັກໃນເຮືອນຮົ່ມ ມີທັງໝົດ 6 ບ້ານ ມີ 25 ຫຼັງ, ມີ 20 ຄອບຄົວ, ມີເນື້ອທີ່ທັງໝົດ 1,5 ເຮັກຕາ. ນອກນີ້, ຊາວກະສິກອນ ຍັງໄດ້ປູກພືດເປັນສິນຄ້າຕື່ມອີກ ເປັນຕົ້ນແມ່ນ ໝາກງາ, ໝາກເດືອຍ, ມັນຕົ້ນ, ຖົ່ວອິນຄາ ຫຼື ໝາກນໍ້າມັນ ແລະ ການປູກໄມ້ໃຫ້ໝາກ, ໃນນີ້, ປູກໝາກງາ ມີເນື້ອທີ່ 120 ເຮັກຕາ, ມີ 25 ບ້ານ, ມີ 86 ຄອບຄົວ, ຄາດຄະເນສະມັດຕະພາບ 1.2 ໂຕນ/ເຮັກຕາ. ປັດຈຸບັນເກັບກ່ຽວແລ້ວ 100% ຜົນຜະລິດໄດ້ 330 ໂຕນ, ໝາກເດືອຍ ມີເນື້ອທີ່ 483 ເຮັກຕາ, ມີ 45 ບ້ານ, ມີ 650 ຄອບຄົວ ຄາດຄະເນສະມັດຕະພາບ 3 ໂຕນ/ເຮັກຕາ ປັດຈຸບັນເກັບກ່ຽວແລ້ວ 15%, ຜົນຜະລິດໄດ້ 1,449 ໂຕນ. ປູກມັນຕົ້ນ ມີເນື້ອທີ່ 130 ເຮັກຕາ, ມີ 95 ຄອບຄົວ, ມີ 10 ບ້ານ. ປູກສໍາເລັດ 100% ປັດຈຸບັນພວມຢູ່ໃນການຕິດຕາມ, ການບົວລະບັດຮັກສາ, ການເສຍຫຍ້າພວນດິນ, ການປ້ອງກັນສັດຕູພືດທີ່ມາທໍາລາຍ, ການປູກໄມ້ໃຫ້ໝາກ ມີເນື້ອທີ່ທັງໝົດ 62 ເຮັກຕາ. ໃນນີ້, ຈຸດປາກຫາດມີ 8 ເຮັກຕາ ເປັນຂອງນັກລົງທຶນຂອງຊາວຈີນ, ຈຸດປາງສ້ານ 13 ເຮັກຕາ ເປັນຂອງນັກລົງທຶນຂອງຊາວຈີນ, ປະຊາຊົນປູກເອງມີ 41 ເຮັກຕາ ມີ 38 ບ້ານ, ມີ 290 ຄອບຄົວ, ຄາດຄະເນສະມັດຕະພາບ 25 ໂຕນ/ເຮັກຕາ. ຄາດຄະເນຜົນຜະລິດໄດ້ 1,550 ໂຕນ. ການປູກຖົ່ວອິນຄາເປັນການລົງທຶນຂອງ (ບໍລິສັດດາວສະໄໝ). ມີເນື້ອທີ່ທັງໝົດ 45.12 ເຮັກຕາ, ມີ 15 ບ້ານ, ມີ 227 ຄອບຄົວ, ໃຊ້ແນວພັນ 423 ກິໂລ, ກ້າແກ່ນ ປູກສຳເລັດແລ້ວ 100% ປັດຈຸບັນກຳລັງເກັບກ່ຽວຜົນຜະລິດ
ພາບ-ຂ່າວ:ໂສພາ ທິບພະວົງ