ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວກະສິກອນ ປະສົບບັນຫານໍ້າຮັບໃຊ້ບໍ່ພຽງພໍໃນການຜະລິດລະດູແລ້ງ

Jan 28, 2025

ຊາວກະສິກອນ ປະສົບບັນຫານໍ້າຮັບໃຊ້ບໍ່ພຽງພໍໃນການຜະລິດລະດູແລ້ງ
ຈາກການລາຍງານຂອງທ່ານ ຄອນສະຫວັນ ດວງມາລາ, ຫົວໜ້າຫ້ອງການກະສິກຳແລະປ່າໄມ້ເມືອງຈຳພອນ ແຂວງສະ ຫວັນນະເຂດ ໃນວັນທີ 27 ມັງກອນ 2025 ໃຫ້ຮູ້ວ່າ: ປັດຈຸບັນຊາວນາຊາວກະສິກອນເມືອງຈຳພອນແມ່ນກຳລັງຂຸ້ນຂ້ຽວປັກດຳເຂົ້ານາແຊງຢ່າງເປັນຂະບວນການຟົດຟື້ນ ສະເພາະປີນີ້ທົ່ວເມືອງມີແຜນຜະລິດເຂົ້ານາແຊງໃນເນື້ອທີ່13,200 ເຮັກຕາ,ໃນນັ້ນປະຊາຊົນສາມາດເຮັດນາດຳໄດ້ 4,620 ເຮັກຕາ,ນາຢອດແລະນາຫວ່ານ ໄດ້ 8,580 ເຮັກຕາ, ໃນລະດູແລ້ງປີນີ້ຫ້ອງການກະສິ ກຳ ແລະ ປ່າໄມ້ເມືອງໄດ້ສະໜອງແນວພັນໃຫ້ປະຊາຊົນຈຳນວນ 924 ໂຕນເປັນແນວພັນເຂົ້າປັບປຸງທັງໝົດ 100%, ຄາດຄະເນຜົນໄດ້ຮັບ 4,7ໂຕນ/ເຮັກຕາ,ຜົນຜະລິດລວມໃຫ້ໄດ້ 62,040 ໂຕນ.
ນອກຈາກນີ້ ຍັງໄດ້ສົ່ງເສີມການປູກພືດສຳຮອງໃນລະດູແລ້ງລວມເນື້ອທີ່1,856 ເຮັກຕາເຊິ່ງພືດທີ່ປູກມີ: ສາລີຫວານ,ໝາກເຜັດ,ໝາກແຕງ,ໝາກຖົ່ວ,ເຜືອກ-ມັນ,ຖົ່ວດິນ,ໝາກເຂືອ ແລະ ພືດຜັກຕ່າງໆ.
ຈາກການນຳພາປະຊາຊົນຈັດຕັ້ງປະຕິບັດຜະລິດຕົວຈິງເຫັນໄດ້ວ່າຍັງມີຂໍ້ຫຍຸ້ງຍາກຫຼາຍຢ່າງທີ່ຍັງເປັນສິ່ງທ້າທາຍໂດຍສະ ເພາະແມ່ນ: ບັນຫານ້ຳຫົດເນື້ອທີ່ປູກບໍ່ພຽງພໍຕໍ່ການຜະລິດ. ນອກຈາກນີ້ ແມ່ນບັນຫາສັດຕູພືດ, ລາຄານ້ຳມັນເຊື້ອໄຟ ແລະ ຝຸ່ນວິທະຍາສາດ (ປຸ໋ຍ) ມີລາຄາສູງເກີນ ເມື່ອທຽບໃສ່ກັບລາຄາຜົນຜະລິດແມ່ນມີກຳໄລໜ້ອຍ, ມີບາງຄອບຄົວກໍ່ຂາດທຶນຍ້ອນສະພາບການຕະຫຼາດກໍ່ບໍ່ໝັ້ນຄົງ.
Cr. Media Laos