ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວນະຄອນຫຼວງວຽງຈັນ ຮ່ວມໃສ່ບາດ ມື້ສັງຂານຂຶ້ນ

Apr 16, 2026

ວັນທີ 16 ເມສາ 2026 ເປັນມື້ສຸດທ້າຍຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ແມ່ນກົງກັບມື້ສັງຂານຂຶ້ນ ມວນຊົນຊາວພຸດ ກໍຄື ຊາວນະຄອນຫຼວງວຽງຈັນ ໄດ້ຮ່ວມໃສ່ບາດຢາດນ້ຳຕາມຮີດຄອງປະເພນີ ອັນດີງາມຂອງຊາດລາວ ທີ່ວັດອົງຕື້ ມະຫາວິຫານ ຢ່າງຄຶກຄື້ນ ຮັກສາໄດ້ຮີດຄອງປະເພນີ ແລະ ມີຄວາມໝາຍສຳຄັນທາງຈິດໃຈ.
May be an image of one or more people and temple May be an image of temple
ການໃສ່ບາດ ແມ່ນໜຶ່ງໃນກິດຈະກໍາ ການສະເຫຼີມສະຫຼອງບຸນປີໃໝ່ຂອງຊາວລາວ ຊຶ່ງປີນີ້ ກົງກັບ ແຮມ 14 ຄໍ່າ ເດືອນ 5 ຫຼື 16 ເມສາ 2026 ເປັນວັນສັງຂາຂຶ້ນປີໃໝ່ ພສ 2569 ການໃສ່ບາດໃນໂອກາດບຸນປີໃໝ່ລາວນີ້, ມີຄວາມເຊື່ອວ່າ ເປັນການຮັບໂຊກລາບ ແລະ ຮັບເອົາສິ່ງທີ່ດີມາສູ່ຕົນເອງ ແລະ ບ້ານເມືອງ, ທັງເປັນການອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ ໂດຍສະເພາະ ຊາວນະຄອນຫຼວງວຽງຈັນ ໄວ້ໃຫ້ຍືນຍົງຕະຫຼອດໄປ ແລະ ຕິດພັນກັບການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ນອກຈາກການໃສ່ບາດຢູ່ວັດອົງຕື້ແລ້ວ ຢູ່ຕາມວັດວາອາຮາມຕ່າງໆ ກໍຍັງໄດ້ມີກິດຈະກໍາດັ່ງກ່າວນີ້ເຊັ່ນກັນ ແລະ ຍັງບູຊາ ຕາມຈຸດຕ່າງໆ ສໍາລັບມື້ສັງຂານຂຶ້ນນີ້, ປະຊາຊົນຊາວພຸດຫຼາຍຄອບຄົວ ຕ່າງກໍພາກັນຫ້າງຫາກະກຽມ ຕັ້ງແຕ່ເຊົ້າ ເພື່ອບູຊາຄອບໄຂວ່ ປັດເປົ່າ ແລະ ຮັບເອົາແຕ່ສິ່ງດີໆ ເຂົ້າເຮືອນຕົນເອງ ເປັນການຮັບໂຊກຮັບລາບ ແລະ ບາງຄອບຄົວ ກໍໄດ້ມີພາບາສີສູ່ຂວັນ ເຊິ່ງກັນແລະກັນ ເພື່ອເປັນສິຣິມຸງຄຸນ ທັງເປັນການມາ ພົບໜ້າພໍ້ຕາກັນລະຫວ່າງອ້າຍເອື້ອຍນ້ອງອີກດ້ວຍ.
May be an image of temple and text May be an image of one or more people, temple and text
ພາຍຫຼັງສຳເລັດການໃສ່ບາດ, ຊາວພຸດ ກໍໄດ້ພາກັນສືບຕໍ່ຫົດສົງພະພຸດທະຮູບ ເພື່ອສະແດງເຖິງຄວາມເຄົາລົບເຫຼື້ອມໃສຂອງຊາວພຸດ ຕໍ່ພະພຸດທະສາສະໜາ ແລະ ເພື່ອການຊຳລະສະສາງສິ່ງບໍ່ດີໃນປີເກົ່າ ໃຫ້ໝົດໄປ ພ້ອມທັງຮັບເອົາຄວາມເປັນສິຣິມຸງຄຸນ,
ຂ່າວ: ກິດຕາ
ພາບ:ເກດສະໜາ