ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວນາຫຼາຍທ້ອງຖິ່ນໃນເມືອງຈອມເພັດ ກຳລັງຂຸ້ນຂ້ຽວທຳການຜະລິດນາປີ ໃຫ້ສຳເລັດທັນຕາມລະດູການ.

Jul 3, 2025

ປັດຈຸບັນຊາວນາຫຼາຍທ້ອງຖິ່ນໃນເມືອງຈອມເພັດ ກຳລັງຂຸ້ນຂ້ຽວທຳການຜະລິດ ນາປີຂອງຕົນ ເພື່ອເຮັດໃຫ້ຂະບວນການຜະລິດ ສຳເລັດທັນຕາມລະດູການ, ເພື່ອຮັບປະກັນ ໃຫ້ໄດ້ຜົນຜະລິດ ທີ່ມີປະສິດທິພາບສູງຂຶ້ນ. ໃນຂະນະດຽວກັນ, ປະຊາຊົນ ບ້ານປາກລຶມ ເມືອງຈອມເພັດ ແຂວງຫຼວງພະບາງ ກໍກຳລັງຂຸ້ນຂ້ຽວປັກດຳນາປີ ດ້ວຍບັນຍາກາດ ຟົດຟື້ນມ່ວນຊື່ນ, ເນື່ອງຈາກວ່າ ຟ້າຝົນ ໃນລະດູການຜະລິດນາປີນີ້ ອຸດົມສົມບູນ ແລະ ມີຄວາມຫວັງ ຈະໄດ້ຮັບຜົນຜະລິດຫລາຍກວ່າປີຜ່ານມາ.
ທ່ານ ສົມລອນ ນາຍບ້ານ-ບ້ານປາກລຶມ ໄດ້ໃຫ້ສຳພາດ ໃນວັນທີ 30 ມິຖຸນາ 2025 ນີ້ວ່າ: ມາຮອດປັດຈຸບັນ ການປັກດຳນາປີ ພາຍໃນບ້ານຂອງພວກເຮົາ ມີເນື້ອທີ່ທັງໝົດ 34,71 ເຮັກຕາ, ໄດ້ສຳເລັດໄປແລ້ວປະມານ 60 %, ໂດຍທົ່ວໄປແລ້ວ ປະຊາຊົນບ້ານປາກລຶມ ມີມູນເຊື້ອດຸໝັ່ນຂະຫຍັນພຽນ ແລະ ມີຄວາມຮັກແພງສາມັກຄີກັນ, ເຊິ່ງສະແດງອອກໃນການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການເຮັດນາ ດ້ວຍການຢຶດຖືຮູບແບບ ແລກປ່ຽນແຮງງານກັນມາຕັ້ງແຕ່ຮຸ້ນພໍ່ ຮຸ້ນແມ່.
ສະມັດຕະພາບ ຂອງການຜະລິດ ຄິດສະເລ່ຍເຂົ້າເປືອກທີ່ໄດ້ຮັບພາຍໃນບ້ານໄດ້ 3,5 ໂຕນ/ເຮັກຕ່າ, ຊຶ່ງເຮັດໃຫ້ປະຊາຊົນສາມາດມີເຂົ້າກຸ້ມກິນຕະຫລອດປີ ແລະ ຂາຍຈຳນວນໜຶ່ງ. ໄປຄຽງຄູ່ກັບການຜະລິດເຂົ້ານາປີແລ້ວ, ພໍ່ແມ່ປະຊາຊົນຍັງໄດ້ປູກພືດຕາມລະດູ ແລະ ລ້ຽງສັດ ເປັນຕົ້ນ ງົວ, ຄວາຍ ເພື່ອເປັນລາຍໄດ້ເສີມ ແລະ ພ້ອມໄດ້ຝຸ່ນຈາກຝຸງສັດມາໃສ່ນານຳອີກ ເພື່ອເປັນການຫລຸດຄ່າໃຊ້ຈ່າຍ ຫລີກເວັ້ນການໃຊ້ປຸຍສານເຄມີ.
ພາບ,ຂ່າວ: ຕາດຳ ກະເສີມສຸກ
May be an image of 9 people
May be an image of 3 people