ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວບ້ານດອນນາງລອຍເດັ່ນໃນການຜະລິດພືດຜັກເປັນສິນຄ້າ

Feb 3, 2025

ຊາວບ້ານດອນນາງລອຍເດັ່ນໃນການຜະລິດພືດຜັກເປັນສິນຄ້າ
ທ່ານ ກິປ໋ອງ ຈຽມຈັນເພັງ ອາຍຸ 41 ປີ, ປະຊາຊົນ ບ້ານ ດອນນາງລອຍ,ເມືອງມຸນລະປາໂມກ ແຂວງຈໍາປາສັກ ໃນນາມຕ່າງໜ້າກຸ່ມຜະລິດພຶດຜັກເປັນສີນຄ້າ ຊາວບ້ານດອນນາງລອຍກ່າວວ່າ: ຮູ້ສຶກເປັນກຽດ ແລະ ພາກພູມໃຈ ເປັນຢ່າງຍີ່ງທີ່ໄດ້ຮັບອະນຸຍາດຈາກຄະນະປະທານ ໃຫ້ຂື້ນມີຄໍາເຫັນຕໍ່ກອງປະຊູມໃຫຍ່ອົງຄະນະພັກເມືອງມຸລະປາໂມກ ຄັ້ງທີ IX ໃນຄັ້ງນີ້.
ບ້ານດອນນາງລອຍ ເປັນບ້ານໜື່ງທີ່ຂື້ນກັບເມືອງມູນລະປາໂມກ ມີ ເນື້ອທີ່ທັງໝົດ 674,4 ເຮັກຕາ ປະກອບມີ 4 ຄຸ້ມ ມີ 317 ຄົວເຮືອນ, ພົນລະເມືອງທັງໝົດ 1,958 ຄົນ. ຍິງ 992 ຄົນ ປະຊາຊົນສ່ວນໃຫຍ່ແມ່ນຕັ້ງບ້ານເຮືອນລຽບແຄມນໍ້າຂອງ ເຮັດນາເປັນອາຊີບຕົ້ນຕໍ ປູກຝັງ ລຽ້ງສັດ ຫາປາ ຄ້າຂາຍເປັນອາຊີບສໍາຮອງ.ຮູບແບບດໍາລົງຊີວີດແມ່ນອາໃສທໍາມະຊາດເປັນຕົ້ນຕໍ ມີບາງປີກໍ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດເຊັ່ນ: ນໍ້າຖ້ວມ ແຫ້ງແລ້ງ ແລະ ສັດຕູພຶດທໍາລາຍ, ແຕ່ເຖີງຢ່າງໃດກໍ່ຕາມ ພາຍໄຕ້ການນໍາພາຂອງພັກ-ລັດ ໂດຍອິງໃສ່ມະຕິກອງປະຊູມໃຫຍ່ສະໄໝທີ VIII ຂອງອົງຄະນະພັກ ເມືອງວາງອອກ ອົງການປົກຄອງບ້ານ ແລະ ກູ່ມຜະລິດໄດ້ຕັ້ງໜ້າບູກບືນ ສູມໃສ່ການປູກພືດຜັກເປັນສີນຄ້າຢ່າງກ້ວາງຂວາງ ສາມາດສ້າງລາຍໄດ້ໃຫ້ແກ່ຄອບຄົວເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂື້ນເທື່ອລະກ້າວ.
ແຕ່ກ່ອນການປູກພືດຜັກ ແມ່ນປູກແບບຄອບຄົວ ກະແຈກ ກະຈາຍຕາມເນື້ອທີ່ຂອງໃຜລາວຂາດການວາງແຜນຜະລິດຮ່ວມ ກັນ ເຮັດໃຫ້ສິນຄ້າລົ້ນຕະຫລາດ, ລາຄາຖືກໃນປີ 2020 ທີ່ຜ່ານມາ ໂດຍໄດ້ຮັບການຊຸກຍູ້ຈາກອົງການປົກຄອງບ້ານ, ຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ ບວກກັບຄວາມຮຽກຮ້ອງຕ້ອງ ການຂອງຄອບຄົວຜູ້ຜະລິດພາຍໃນບ້ານ ໃຫ້ມີການຈັດຕັ້ງກຸ່ມຜະລິດພືດຜັກເປັນສີນຄ້າຂື້ນ ມີເປົ້າໝາຍສົ່ງເສີມແບບມີຈຸດ ສຸມ, ຮ່ວມກັນວາງແຜນການຜະລິດ, ການຕະຫລາດ ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະກັນ ຈຶ່ງໄດ້ເລີ່ມຕົ້ນສ້າງກຸ່ມຂື້ນ ໃນເບື້ອງຕົ້ນມີ 10 ຄອບຄົວ ມີເນື້ອທີ່ຜະລິດ 4,5 ເຮັກຕາ (ຢູ່ດອນພວນ) ປູກພືດລົ້ມລຸກ, ພືດລະດູດຽວ ປະເພດ: ປູກໝາກແຕງ, ໝາກພິກ, ໝາກເຂືອ, ໝາກຖົ່ວຝັກຍາວ, ຖົ່ວຂຽວ, ຖົ່ວດີນ, ສາລີຫວານ, ຜັກຫອມປົນ ແລະ ອື່ນໆ ຜົນຜະລິດໃນປີເລີ້ມຕົ້ນ 22,75 ໂຕນ ເຫັນວ່າກຸ່ມຜະລິດນີ້ມີທ່າຂະຫຍາຍຕົວ, ດ້ານວິຊາການດີຂື້ນກວ່າເກົ່າ ຮອດປະຈຸບັນ ສາມາດຂະຫຍາຍສະມາຊິກເປັນ 13 ຄອບຄົວ ເນື້ອທີ່ການຜະລິດ 6,5 ເຮັກຕາ ຜົນຜະລິດລວມໃນ 5 ປີໄດ້ ສາມາດຂະຫຍາຍໂຕໄດ້ເຖີງ
203,75 ໂຕນ ສາມາດຕອບສະໜອງໃຫ້ຕະຫລາດພາຍໃນເມືອງ ແລະຕ່າງເມືອງ.
ກູ່ມຜະລິດຂອງບ້ານດອນນາງລອຍ ໄດ້ຮັບການສົ່ງເສີມຈາກອົງການປົກຄອງເມືອງເຊັ່ນ: ເຄື່ອງປັ່ນດິນຂະໜາດນ້ອຍ 1 ເຄື່ອງ, ໂປມນ້ຳ 1 ໜ່ວຍ, ແນວພັນພືດຊະນິດຕ່າງໆ ມູນຄ່າປະ ມານ 30 ລ້ານກວ່າກີບ. ພ້ອມນັ້ນ ກໍໄດ້ຮັບການຝຶກອົບຮົມດ້ານວິຊາການ ກ່ຽວກັບການປູກ, ການບົວລະບັດຮັກສາ ແລະ ການ ປ້ອງກັນສັດຕູພືດຕ່າງໆ.
ບັນດາປັດໃຈພື້ນຖານທີ່ເຮັດໃຫ້ການຜະລິດໄດ້ດີ, ມີຄວາມ ເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງດັ່ງທີ່ກ່າວມານັ້ນ ຍັງເຫັນວ່າແມ່ນຍ້ອນຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມເອົາໃຈໃສ່ທາງດ້ານການບົວລະບັດຮັກສາເຮັດຕາມຄຳແນະນຳຂອງວິຊາການໃນທຸກໆດ້ານທີ່ລົງຊຸກຍູ້ຕິດຕາມຢ່າງໃກ້ຊິດ. ໃນຕໍ່ໜ້າເຊື່ອໝັ້ນວ່າ: ມະຕິກອງປະຊຸມໃຫຍ່ສະໃໝທີ 9 ຂອງຄະນະບໍລິ ຫານງານພັກເມືອງຄັ້ງນີ້ຄົງຈະໄດ້ຮັບການຊຸກຍູ້ສົ່ງເສີມການຜະ ລິດເປັນສິນຄ້າໃຫ້ຂະຫຍາຍຕົວອອກຢ່າງກ້ວາງຂວາງພາຍໃນຂອບເຂດທົ່ວເມືອງ ມຸນລະປາໂມກ.
Cr: ເກດສະໜາ