ການແຫ່ພະສາດເຜິ້ງໃນງານບຸນນະມັດສະການພຣະທາດອີງຮັງຖືເປັນທໍານຽມດັ່ງເດີມທີ່ຖືກປະຕິບັດສືບທອດກັນມາແຕ່ບູຮານນາການເຊິ່ງເປັນການແຫ່ອ້ອມ ອົງພຣະທາດຈໍານວນ 03 ຮອບເພື່ອເປັນການລະນຶກເຖິງຄຸນພຣະຣັດຕະນະໄຕຣ ຫຼື ຄຸນແກ້ວ 03 ປະການຄື: ຄຸນພຣະພຸດທະເຈົ້າ,ຄຸນພຣະທັມມະເຈົ້າ ແລະ ຄຸນພຣະສັງຄະເຈົ້າ .
ຂະບວນແຫ່ພະສາດເຜິ້ງປີນີ້ແມ່ນກົງກັບວັນເສົາ 14 ທັນວາ ຂຶ້ນ 14 ຄໍ່າ ເດືອນ 01 ລາວ ພສ 2567. ຝ່າຍພຣະສົງມີຍາທ່ານ ປານ ສຸພັນໂທ ປະທານ ອພສ ແຂວງ, ອພສ ນະຄອນແລະ ຕາງໜ້າວັດໃນເທສະບານນະຄອນ .
ໃນພິທີແຫ່ພະສາດເຜິ້ງຄັ້ງນີ້ໂດຍການໃຫ້ກຽດເຂົ້າຮ່ວມຂອງພະນະ ທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍການນໍາຂອງແຂວງ ແລະ ສູນກາງ, ຕະ ຫລອດຮອດມວນຊົນເຂົ້າຮ່ວມເປັນຈໍານວນຫຼາຍ .





+3


