ໃນວັນທີ 22 ກຸມພາ 2026 ນີ້, ເປັນວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນທາງການເມືອງ ເພາະເປັນວັນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຊິ່ງເຫດການຄັ້ງນີ້ ບັນດາທ່ານການນຳຂອງເມືອງ ພະນັກງານອາວຸໂສບຳນານ, ພະນັກງານ – ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວເມືອງຫົງສາ, ກໍ່ຄືຜູ້ທີ່ມີສິດປ່ອນບັດເລືອກຕັ້ງນັບແຕ່ອາຍຸ 18 ປີຂຶ້ນໄປຢູ່ພາຍໃນເມືອງ ໄດ້ພ້ອມກັນໄປໃຊ້ສິດຢ່າງເຕັມສ່ວນ, ປະຕິບັດຕາມພັນທະ ແລະ ໜ້າທີ່ຂອງພົນລະເມືອງລາວທຸກຄົນ.

ການໄປໃຊ້ສິດປ່ອນບັດແຕ່ລະຄົນ ໄດ້ພ້ອມກັນແຂ່ງຂັນກັນໄປແຕ່ເຊົ້າ, ພາຍຫຼັງທີ່ຄະນະກຳມະການຮັບຜິດຊອບໜ່ວຍເລືອກຕັ້ງແຕ່ລະໜ່ວຍຢູ່ຕາມບ້ານ ແລະ ກົມກອງຕ່າງໆ ທີ່ໄດ້ເປີດອະນຸຍາດໃຫ້ປ່ອນ ເຊິ່ງຂະບວນການໄດ້ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ ຄືກັບປາງບຸນໃຫຍ່ໜຶ່ງ ທີ່ເຫັນປະຊາຊົນບັນດາເຜົ່າ ຫຼັ່ງໄຫຼກັນໄປໃຊ້ສິດເລືອກເອົາ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ໂດຍສະເພາະແມ່ນຜູ້ທີ່ມີເງື່ອນໄຂ ແລະ ມີຄວາມຮູ້ຄວາມສາມາດ ເພື່ອເປັນຕົວແທນແຫ່ງສິດຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ປະເທດຊາດ ໄປເຮັດວຽກຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນ 5 ປີຕໍ່ໜ້າ ໃຫ້ມີຜົນສຳເລັດ, ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງສີວິໄລເປັນກ້າວໆ.

ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຜູ້ລົງຮັບສະໜັກເລືອກຕັ້ງທັງໝົດ 13 ທ່ານ, ຍິງ 4 ທ່ານ, ເລືອກເອົາ 9 ທ່ານ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງຫົງສາ ມີຜູ້ລົງສະໝັກທັງໝົດ 7 ທ່ານ, ຍິງ 3 ທ່ານ, ເລືອກເອົາ 5 ທ່ານ. ເຊິ່ງທົ່ວເມືອງຫົງສາ ປະກອບມີ 32 ບ້ານ, ມີພົນລະເມືອງທັງໝົດ 36.463 ຄົນ, ຍິງ 19.111 ຄົນ, ມີຈໍານວນຜູ້ມີສິດເລືອກຕັ້ງທັງໝົດ 22.037 ຄົນ, ຍິງ 11.006 ຄົນ, ໃນນີ້, ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ພາຍໃນບ້ານຂອງຕົນ 20.349 ຄົນ, ຍິງ 10.222 ຄົນ, ຈໍານວນຜູ້ປ່ອນບັດເລືອກຕັ້ງຢູ່ທ້ອງຖິ່ນອື່ນມາໃຊ້ສິດຢູ່ເມືອງຫົງສາ 1.394 ຄົນ, ຍິງ 624 ຄົນ, ຜູ້ໄປເຮັດວຽກ ຫຼື ສຶກສາຢູ່ຕ່າງປະເທດ 294 ຄົນ, ຍິງ 160 ຄົນ, ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 36 ໜ່ວຍ, ໃນນີ້, ໜ່ວຍກໍາລັງປະກອບອາວຸດ 3 ໜ່ວຍ ແລະ ໜ່ວຍໂຄງການໄຟຟ້າຫົງສາ 1 ໜ່ວຍ.

ຂ່າວ: ຄ.ອ.ມ ຫົງສາ


