ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວແຂວງສະຫວັນນະເຂດ ຮ່ວມກັນຕັກບາດເປັນມື້ສຸດທ້າຍຂອງກິດຈະກຳຕັກບາດແດ່ພຣະສົງ 108 ອົງ

Mar 23, 2025

ຊາວແຂວງສະຫວັນນະເຂດ ຮ່ວມກັນຕັກບາດເປັນມື້ສຸດທ້າຍຂອງກິດຈະກຳຕັກບາດແດ່ພຣະສົງ 108 ອົງ
ໃນຕອນເຊົ້າວັນທີ 21 ມີນາ 2025, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຂອງແຂວງ,ມີສະມາຄົມນັກທຸລະກິດຍິງ ຕະຫຼອດຮອດຊາວພຸດສະນິກະຊົນພາຍໃນແຂວງໄດ້ຮ່ວມກັນຕັກບາດແດ່ພຣະສົງ 108 ອົງ ທີ່ໜ້າວັດໃຫຍ່ໄຊຍະພູມລານພະຍານາກ ນະຄອນໄກສອນພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ.
ຈຸດປະສົງເພື່ອເປັນການບູຊາສ່ວນບຸນສ່ວນກຸສົນສົ່ງໄປຮອດໄປເຖິງ ຜູ້ມີພຣະຄຸນທັງຫຼາຍ, ບັນພະບູລຸດ, ວິລະບູລຸດ ແລະ ນັກຮົບປະຕິວັດຜູ້ທີ່ມີຄຸນງາມຄວາມດີທີ່ເສຍສະຫຼະຊີວິດເລືອດ ເນື້ອເພື່ອປະເທດຊາດ, ເພື່ອປະຊາຊົນ, ພ້ອມທັງເປັນການສຶບສານຮີດຄອງປະເພນີຂອງຊາວພຸດລາວເຮົາທີ່ເຄີຍປະຕິບັດກັນມາ.
ຂ່າວ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ