ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວໜຸມກະຊວງ ປກສ ຄອງແຊ້ມກິລາບານເຕະ Lao Youth Union Cup ປະຈຳປີ 2024

Feb 26, 2025

ຊາວໜຸມກະຊວງ ປກສ ຄອງແຊ້ມກິລາບານເຕະ Lao Youth Union Cup ປະຈຳປີ 2024
ການແຂ່ງຂັນກິລາບານເຕະ ຊີງຂັນ ສະຫາຍ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ( Lao Youth Union Cup ປະຈຳປີ 2024 ) ສຳ ເລັດໃນວັນທີ 25 ກຸມພາ 2025 ທີ່ສະໜາມກິລາລ້ານຊ້າງ ສະເຕດ້ຽມ (ບ້ານ ໜອງໄຮ) ເຊິ່ງຄູຊີງຊະນະເລີດ ເປັນການພົບກັນລະຫວ່າງ ທີມຊາວໜຸ່ມກະຊວງ ປກສ ພົບກັບ ທີມຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ.
ຈົບການແຂ່ງຂັນ ທີມກະຊວງ ປກສ ເອົາຊະນະ ດ້ວຍຜົນປະຕູ 3-0 ໄດ້ແຊັມໄປຄອງ ໄດ້ຮັບຫຼຽນຄໍາ, ຂັນລາງວັນໜຶ່ງໜ່ວຍ ພ້ອມເງິນ 20.000.000 ກີບ, ອັນດັບທີ II ຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຫຼຽນເງິນ ພ້ອມເງິນ 15.000.000 ກີບ, ອັນດັບທີ III ຊາວໜຸ່ມກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຫຼຽນທອງ ພ້ອມເງິນ 10.000.000 ກີບ ແລະ ອັນດັບທີ IV ຊາວໜຸ່ມກະຊວງປ້ອງກັນປະເທດ ໄດ້ຮັບເງິນ 5.000.000 ກີບ.
ພາບ-ຂ່າວ: ຄຳໂຖ