ພັນເອກ ຫົງທອງ ສີຊານົນ ເລຂາທິການສູນກາງ ຊປປລ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ສະແດງຄວາມຮູ້ສືກຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີວ່າ: ທາດແທ້ຂອງກອງທັບປະຊາຊົນລາວ ແມ່ນກອງທັບຂອງປະຊາຊົນ, ເກີດມາຈາກປະຊາຊົນ, ໂດຍປະປະຊາຊົນ, ເພື່ອຜົນປະໂຫຍດຂອງປະຊາຊົນ ໂດຍແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ກໍ່ຕັ້ງ, ນຳພາ ແລະ ສຶກສາອົບຮົມ; ແມ່ນພາຫະນະອັນແຫຼມຄົມຂອງພັກ; ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວແມ່ນຄວາມສະຫຼຽວສະຫຼາດ, ຄວາມສາມາດປະດິດສ້າງໃນການສູ້ຮົບ ແລະ ສູ້ຮົບມີໄຊ ໂດຍໄດ້ຜ່ານການທົດສອບຈາກພຶດຕິກຳຕົວຈິງແຫ່ງການຕໍ່ສູ້ປະຕິວັດອັນຍາວນານ. ນັບແຕ່ປະກາດສ້າງຕັ້ງກອງຮ້ອຍລາດຊະວົງ ຊຶ່ງເປັນຕົ້ນກຳເນີດກອງທັບປະຊາຊົນລາວໃນປັດຈຸບັນ ໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນການປະຕິວັດລາວຮຸ່ງພຽງສາ ແຂວງຫົວພັນ ໂດຍແມ່ນປະທານໄກສອນພົມວິຫານເປັນຜູ້ກໍ່ຕັ້ງ, ທັງເປັນຜູ້ນຳພາ -ບັນຊາໂດຍກົງ, ຈາກນັ້ນກໍໄດ້ເຕົ້າໂຮມກຳລັງປະກອບອາວຸດໃນຂອບເຂດດທົ່ວປະເທດເຂົ້າເປັນກອງທັບລາວອິດສະຫຼະ ກາຍເປັນເຫດການທີ່ມີຄວາມໝາຍ, ມີຄວາມສຳຄັນອັນໃຫຍ່ຫຼວງ ທາງດ້ານການເມືອງ ແລະ ປະຫວັດສາດຂອງຊາດລາວເຮົາ, ເປັນບາດລ້ຽວປະຫວັດສາດໜ້າໃໝ່ແຫ່ງການຕໍ່ສູ້ກູ້ຊາດ ໂດຍມີກອງທັບເປັນຫຼັກແຫຼ່ງຂອງການປະຕິວັດໃນການຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ ແລະ ລູກມືຂາຍຊາດ.

ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບເຮົາ ໄດ້ປະເຊີນໜ້າກັບສັດຕູໂຕຮ້າຍກາດທີ່ມີກໍາລັງແຮງເໜືອກວ່າ ນັບທັງດ້ານກໍາລັງພົນ ແລະ ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ, ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ການສືບທອດມູນເຊື້ອພິລະອາດຫານບໍ່ຍອມຈໍານົນຂອງບັນພະບຸລຸດ ແລະ ເຊື້ອຊາດລາວ, ກອງທັບເຮົາໄດ້ດໍາເນີນການຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວໜຽວແໜ້ນ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ, ກ້າວໄປສູ່ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.
ພັນເອກ ຫົງທອງ ສີຊານົນ ໃຫ້ຮູ້ຕື່ມວ່າ: ຜ່ານຍ່ານທາງ 77 ປີແຫ່ງການກໍ່ຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປັດຈຸບັນ ກອງທັບປະຊາຊົນລາວໄດ້ກາຍເປັນກຳລັງຫຼັກແຫຼ່ງແກ່ນສານໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກອງທັບປະຊາຊົນລາວໄດ້ປັບປຸງພັດທະນາຕົນເອງ ໃຫ້ກາຍເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ, ສືບທອດເສີມຂະຫຍາຍໄດ້ ທາດແທ້ ແລະ ມູນເຊື້ອອັນດີງາມຂອງຕົນໄດ້ຢ່າງສົມກຽດ ແລະ ພັດທະນາກ້າວຂື້ນຢ່າງບໍ່ຢຸດຢັ້ງ.

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວຄົບຮອບ 77 ປີ (20 ມັງກອນ 1949 – 20ມັງກອນ 2026), ພັນເອກ ຫົງທອງ ສີຊານົນ ຕາງໜ້າໃຫ້ພະນັກງານ ແລະ ສະມາຊິກຊາວໜຸ່ມໃນທົ່ວກອງທັບ ຂໍສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຢ່າງວສູງ ຕໍ່ການນໍາ ພັກ-ລັດ, ຄະນະນຳກະຊວງປ້ອງກັນປະເທດ, ພະນັກງານປະຕິວັດ ອາວຸໂສ -ບຳນຳນານ, ຂໍຖືໂອກາດອັນສະຫງ່າລາສີນີ້, ອວຍພອນໄຊອັນປະເສີດ ມາຍັງການນຳພັກ-ລັດ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ ພະນັກງານປະຕິວັດອາວຸໂສ-ບຳນານ ແລະ ຄະນະນຳສູນກາງຊາວໜຸ່ມປະຊາຊົນປະວັດລາວຈົ່ງມີສຸຂະພາບແຂງ, ມີຜົນສຳເລັດໃນທຸກໜ້າທີ່ວຽກງານອັນມີກຽດຂອງຕົນ, ສືບຕໍ່ຊີ້ນຳ-ນຳພາກອງທັບ, ຂະບວນການວຽກງານຊາວໜຸ່ມກອງທັບໃຫ້ມີຄວາມກ້າວໜ້າຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.


