ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວໜຸ່ມກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມແຮງຮ່ວມໃຈຕ້ານໄພນໍ້າຖ້ວມ

Sep 15, 2024

ໃນລະຫວ່າງວັນທີ 14-15 ກັນຍານີ້ ຊາວໜຸ່ມກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມຂະບວນການຊາວໜຸ່ມຕະລຸມບອນກັບ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ຊາວໜຸ່ມຈາກພາກສ່ວນຕ່າງໆ ເພື່ອສຸມກຳລັງຂົນເປົາຊາຍກັ້ນນໍ້າ ຢູ່ເຂດພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ຊຶ່ງນຳໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຊາວໜຸ່ມຕາງໜ້າຈາກຫ້ອງການ, ບັນດາກົມ, ສູນ, ສະຖາບັນ, ອົງການ ອ້ອມຂ້າງກະຊວງ.
ທີ່ມາ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ