ສະຖາບັນວິຈິດສິນແຫ່ງຊາດ, ກະຊວງຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ໄດ້ຮັບກຽດເປັນເຈົ້າ ພາບຈັດຊຸດສໍາມະນາຊ່ວຍໂລກ: ຊາວໜຸ່ມອາຊຽນຮ່ວມມືກັນໃນການລິເລີ່ມມີວັດທະນະທໍາຕໍ່ການຮັບຜິດຊອບນໍາໃຊ້ຖົງຢາງພາສຕິກ ໃນວັັນທີ 12-13 ທັນວາ 2023 ທີ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນ ໂດຍມີຊາວໜຸ່ມທີ່ຕາງໜ້າຂະແໜງການກ່ຽວຂ້ອງຈາກປະເທດສະມາຊິກອາຊຽນ (ຍົກເວັ້ນ ບຼູໄນ ແລະ ສິງກະໂປ) ເຂົ້າ ຮ່ວມ.
ທ່ານ ຄຳສຸກ ແກ້ວວົງໄຊ ຜູ້ອຳນວຍການສະຖາບັນ ວິຈິດສິນແຫ່ງຊາດ ໃຫ້ຮູ້ໃນໂອກາດກ່າວເປີດກອງປະຊຸມຄັ້ງນີ້ວ່າ: ກິດຈະກໍາໃນຄັ້ງນີ້ ເປັນສ່ວນໜຶ່ງຂອງກິດຈະກຳພາຍໃຕ້ການຊີ້ນຳຂອງຄະນະກຳມະການວັດທະນະທຳ ແລະ ຂໍ້ມູນຂ່າວສານອາຊຽນ (COCI) ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນວັດທະ ນະທຳອາຊຽນ. ໂຄງການນີ້ໄດ້ຖືກຮັບການຮັບຮອງຈາກກອງປະ ຊຸມອາຊຽນ-COCI ຄັ້ງທີ 55 ຈັດຂຶ້ນໃນວັນທີ 14 ກັນຍາ 2020 ທີ່ປະເທດສິງກະໂປ ໄດ້ຮັບກຽດເປັນເຈົ້າພາບ. ເປົ້າໝາຍຂອງໂຄງການ ເພື່ອແນໃສ່ຊຸກຍູ້ສົ່ງເສີມ, ປ້ອງກັນ ແລະ ປົກປັກຮັກສາໂລກສີຂຽວທີ່ປອດໄພ ແລະ ຍືນຍົງໃຫ້ແກ່ຄົນຮຸ່ນຫຼັງ, ລວມເຖີງເພີ່ມທະວີຄວາມຮັບຮູ້ດ້ານສິ່ງແວດລ້ອມ ແລະ ຮັກສາຄວາມຍືນຍົງຂອງສິ່ງແວດລ້ອມເພື່ອສຸຂະພາບດີ. ນອກຈາກການເອົາໃຈໃສ່ດ້ານສິ່ງແວດລ້ອມ, ຍັງລວມເຖີງການຈັດຕັ້ງປະຕິ ບັດ ແຜນຍຸດທະສາດດ້ານວັດທະນະທຳ ແລະ ສິລະປະອາຊຽນ 2016-2025 ແລະ ແຜນແມ່ບົດດ້ານວັດທະນະທໍາ ແລະ ສັງຄົມອາຊຽນ 2025.
ຜູ້ອຳນວຍການສະຖາບັນ ວິຈິດສິນແຫ່ງຊາດ ໃຫ້ຮູ້ຕື່ມວ່າ: ຊຸດສໍາມະນາຄັ້ງນີ້ ເປັນໂອກາດດີໃຫ້ຜູ້ເຂົ້າຮ່ວມໄດ້ມີໂອກາດແລກ ປ່ຽນ ແລະ ນໍາສະເຫນີການປະຕິບັດທີ່ດີທີ່ສຸດ, ແລກປ່ຽນທັກ ສະ, ຄວາມຮູ້ ແລະ ປະສົບການດ້ານການຜະລິດຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງແຕ່ລະປະເທດສະມາຊິກອາຊຽນ.
ທັັງໝົດນີ້ ເພື່ອແນໃສ່ແນວຄວາມຄິດໃຫ້ໄວໜຸ່ມ ໃນການນໍາໃຊ້ສິ່ງເສດເຫລືອເພື່ອໃຫ້ເກີດປະໂຫຍດ, ເປັນສິນຄ້າ, ເປັນຜະລິດ ຕະພັນທາງດ້ານສິລະປະ ໂດຍຈະມີຜູ້ຊ່ຽວຊານທາງດ້ານສິ່ງເສດເຫລືອມາໃຫ້ຄວາມຮູ້ໃນການປະຍຸກໃຊ້ໃຫ້ເກີດປະໂຫຍດສູງສຸດ.
Cr: BT





