ຊາວໜຸ່ມແຂວງຫົວພັນ ມອບເຄື່ອງຕ້ານໄພໜາວ ໃຫ້ນັກຮຽນ.

ຕອນເຊົ້າ ວັນທີ 7 ກຸມພາ 2025 ນີ້ ສະຫາຍ ຄຳພວງ ອຳຄາທອງຄຳ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ ພ້ອມດ້ວຍຄະນະ, ຮາກຖານຊາວໜຸ່ມພະແນກກະສິກຳ,ໜ່ວຍຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງ,ໜ່ວຍຊາວ ໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໜ່ວຍຊາວໜຸ່ມຄະນະກວດກາພັກ – ລັດ ແລະ ຊາວ ໜຸ່ມເມືອງຊຳເໜືອ ໄດ້ມອບເຄື່ອງຕ້ານໄຟໜາວໃຫ້ນັກຮຽນ ຜູ້ທີ່ທຸກຍາກເຂດຫ່າງໄກສອກຫຼີກ ຢູ່ໂຮງຮຽນ ມໍຕົ້ນ ໂພນທອງ, ໂຮງຮຽນປະຖົມຫ້ວຍຫີນດຳ ແລະ ໂຮງຮຽນປະຖົມໂພນສະຫວ່າງ ເມືອງຊຳເໜືອ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບດ້ວຍ ເຄື່ອງນຸ່ງຫົ່ມ ແລະ ອາຫານສຳເລັດຮູບ ລວມມູນຄ່າທັງໝົດ 14 ລ້ານກວ່າກີບ.
Cr: ຄຊປປລ ແຂວງຫົວພັນ






