( ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ )
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 – 20 ມັງກອນ 2024) , ສະຫາຍ ພັນເອກ ສຸດໃຈ ມະຫາວົງ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ໃຫ້ທັດສະນະ ຕໍ່ດັ່ງກ່າວວ່າ:
ກອງທັບປະຊາຊົນລາວວິລະຊົນແມ່ນກຳລັງປະກອບອາວຸດ ໜຶ່ງທີ່ເຂັ້ມແຂງ, ໄດ້ຮັບການສ້າງຕັ້ງ, ເຝິກຝົນຫລໍ່ຫລອມແລະເຕີບໃຫຍ່ຂະຫຍາຍຕົວຜ່ານຄວາມຫຍຸ້ງຍາກລຳບາກຍືດເຍື້ອຍາວນານ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະເທດຊາດ. ດ້ວຍມູນເຊື້ອວິລະກຳອັນລ້ຳເລີດ ສົມເປັນກອງທັບ ປະຕິວັດຂອງຊາດລາວວິລະຊົນ ຄົນລາວພິລະອາດຫານ ໃນພາລະກໍາປະຫວັດສາດ ກອງທັບໄດ້ຕໍ່ສູ້, ຜ່ານຜ່າບັນດາສິ່ງທ້າທາຍທົດສອບຫຼາຍປະການ, ບັນດານັກຮົບປະຕິວັດຂອງກອງທັບເຮົາໄດ້ສ້າງວິລະກຳອັນລ້ຳເລີດໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ແລະ ຈັກກະພັດຜູ້ຮຸກຮານດ້ວຍການເສຍສະຫລະທັງຊີວິດເລືອດເນື້ອໃນການການສູ້ຮົບທີ່ດຸເດືອດຂ້ຽວຂາດເພື່ອປົກປັກຮັກສາປະເທດຊາດຕະຫລອດໄລຍະຜ່ານມາ.
ຜ່ານຫຼາຍບັ້ນຮົບ, ບັ້ນຕີ ຍິ່ງຕີຍິ່ງໄຊຊະນະຍິ່ງເຮັດໃຫ້ກອງທັບເຮົາເຕີບໃຫຍ່ຂະຫຍາຍຕົວ ດ້ວຍນ້ຳໃຈຮັກຊາດອັນສູງສົ່ງ ແລະ ການເສຍສະຫລະອັນໃຫຍ່ຫຼວງຢ່າງບໍ່ມີຂອບເຂດຂອງນັກຮົບປະຕິວັດໃນແຕ່ລະຮຸ່ນ. ກອງທັບປະຊາຊົນລາວບໍ່ພຽງແຕ່ຕໍ່ສູ້ໃນສະຫນາມຮົບເມື່ອມີສົງຄາມ ແຕ່ຍັງມີບົດບາດສຳຄັນໃນພາລະກິດປົກປັກຮັກສາທແລະ ສ້າງສາພັດທະນາປະເທດຊາດໃນຍາມສັນຕິພາບ. ໜ້າທີ່ສຳຄັນຕົ້ນຕໍແມ່ນ ປົກປັກຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົວຄ້ວນຂອງຊາດ ໄວ້ຢ່າງໝັ້ນຄົງ, ພ້ອມດຽວກັນນັ້ນ ຍັງຊ່ວຍເຫລືອປະຊາຊົນປັບປຸງຍົກລະດັບຊີວິດການເປັນຢູ່ໃນທຸກໄລຍະ, ໄດ້ຊ່ວຍເຫຼືອກອບກູ້ໄພພິບັດ ແລະ ອື່ນໆ. ຄວາມເສຍສະຫລະຂອງກອງທັບບໍ່ໄດ້ສະແດງອອກພຽງແຕ່ໃນເວລາສູ້ຮົບຂ້ຽວຂາດແຕ່ຍັງສະແດງອອກໃນທຸກຫນ້າທີ່ວຽກງານເພື່ອຊາດ, ເພື່ອປະຊາຊົນ.
ກອງທັບປະຊາຊົນລາວວິລະຊົນໄດ້ກາຍເປັນສັນຍາລັກຂອງນ້ຳໃຈຮັກຊາດ, ຄວາມສາມັກຄີ ແລະ ມານະຈິດຕໍ່ສູ້ບໍ່ຍອມຈຳນົນ.
ສະຫາຍ ພັນເອກ ສຸດໃຈ ມະຫາວົງ ໄດ້ໃຫ້ທັດສະນະຕື່ມວ່າ: ສໍາລັບ ຊາວໜຸ່ມໃນກອງທັບ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອອັນສະຫງ່າງາມ, ວິລະກຳອັນລ້ຳເລີດ ແລະ ຜົນງານອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 76 ປີ ຜ່ານມາ; ຄວາມຕັ້ງຕໍ່ບໍ່ລິສຸດຕໍ່ຊາດ, ຕໍ່ປະຊາຊົນກຽມພ້ອມເສຍສະຫລະທຸກສິ່ງທຸກຢ່າງ ເພື່ອພາລະກິດປະຕິວັດຂອງນັກຮົບປະຕິວັດ. ສິ່ງດັ່ງກ່າວຜົນງານ ແລະ ໄຊຊະນະໄດ້ກາຍເປັນກຳລັງແຮງປຸກລະດົມອັນໃຫຍ່ຫລວງຕໍ່ຄົນຮຸ່ນຫນຸ່ມ, ຊາວໜຸ່ມ, ໄວຫນຸ່ມໃນກອງທັບເພື່ອສືບຕໍ່ບຸກບືນສູ້ຊົນ, ເຝິກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນກຳລັງແຮງໃນການສືບທອດພາລະກິດປົກປັກຮັກສາປະເທດຊາດໄວ້ໃຫ້ຫມັ້ນຄົງ.
ຄົນຮຸ່ນຫນຸ່ມຂອງກອງທັບປະຊາຊົນລາວຢູ່ໃນໄລຍະໃດຂອງການປະຕິວັດກໍແມ່ນກຳລັງຕະລຸມບອນ. ປັດຈຸບັນຊາວຫນຸ່ມກອງທັບພວມຕະລຸມບອນໃນທຸກຂົງເຂດວຽກງານ, ສ້າງໄດ້ຫລາຍຜົນງານໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນປັດຈຸບັນ, ບັນດາສະຫາຍພະນັກງານ, ນັກຮົບຫນຸ່ມແມ່ນພວມຕັ້ງຫນ້າເຝິກແອບຮ່ຳຮຽນ-ກຽມພ້ອມສູ້ຮົບ, ເຮັດຫນ້າທີ່ຢູ່ຕາມບໍລິເວນຊາຍແດນ, ເຂດທຸລະກັນດານຫ່າງໄກສອກຫລີກດ້ວຍຄວາມຫນັກແຫນ້ນ, ຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ, ກຽມພ້ອມເສຍສະຫລະເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ. ໃນຊຸມປີຜ່ານມາຊາວໜຸ່ມກອງທັບຫລາຍສະຫາຍໄດ້ເອົາຕົວເຈືອຈານ, ກິ້ງເກືອກລີເລືອ, ປະຕິບັດຫນ້າທີ່ວຽກງານທີ່ມີຄວາມອັນຕະລາຍ, ໄພທຳມະຊາດເພື່ອປົກປັກຮັກສາຊັບສິນຂອງລັດແລະ ຊີວິດ, ຊັບສິນຂອງປະຊາຊົນ.
ເພື່ອສືບທອດມູນເຊື້ອອັນດີງາມຂອງກອງທັບຊາວໜຸ່ມກອງທັບເຖິງວ່າຈະຢູ່ໃນເງື່ອນໄຂ, ສະພາບການໃດກໍຕ້ອງຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນ; ສູ້ຊົນເພື່ອຈຸດຫມາຍອຸດົມການອັນສູງສົ່ງຂອງພັກ, ຂອງ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ, ສືບຕໍ່ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດ ເຮັດສຳເລັດໜ້າທີ່ຢ່າງສະຫງ່າງາມ; ມີຄວາມເອກອ້າງທະນົງໃຈຕໍ່ໝາກຜົນຂອງການປະຕິວັດຊາດ ປະຊາທິປະໄຕ,ຍາມໃດກໍຖະນຸບຳລຸງທາດແທ້ກຳມະກອນ, ທາດແທ້ປະຕິວັດ ແລະ ທາດແທ້ປະຊາຊົນ; ຕັ້ງຫນ້າເຝິກຝົນຫລໍ່ຫລອມ, ຄົ້ນຄວ້າຮ່ຳຮຽນ, ປະຕິບັດຕາມແນວຄິດ ປະທານ ໄກສອນ ພົມວິຫານ, ຮັກແພງເພື່ອນສະຫາຍ, ເຄົາລົບນັບຖືປະຊາຊົນ, ລະບຽບວິໄນເຂັ້ມງວດ, ຍົກສູງສະຕິລະວັງຕົວປະຕິວັດ, ເຝິກຝົນມານະຈິດສູ້ຮົບໃຫ້ແຫລມຄົມ, ຜ່ານຜ່າທຸກຂໍ້ຫຍຸ້ງຍາກ, ກຽມພ້ອມເຮັດສຳເລັດທຸກຫນ້າທີ່ ທີ່ໄດ້ຮັບມອບ ຫມາຍ, ໄປທຸກບ່ອນ-ເຮັດທຸກວຽກທີ່ຊາດຕ້ອງການ; ກຽມພ້ອມເສຍສະຫລະເພື່ອປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜຶນແຜ່ນດິນອັນຄົບຖ້ວນໄວ້ໃຫ້ຫມັ້ນຄົງ; ປ້ອງກັນພັກ, ລັດ, ປະຊາຊົນ ແລະ ລະບອບປະຊາທິປະໄຕປະຊາຊົນ; ອອກແຮງຄົ້ນຄວ້າ, ຮໍ່າຮຽນ, ຂຶ້ນສູ່ຜົນສຳເລັດໃຫມ່ທີ່ສູງກວ່າເກົ່າ, ປະກອບສ່ວນເຂົ້າໃນການເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວເຂົ້າໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະ ປັບປຸງກໍ່ສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄຫມ.
ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ນີ້ , ຂ້າພະເຈົ້າ ຕາງໜ້າໃຫ້ທຸກອົງການຈັດຕັ້ງຊາວໜຸ່ມໃນກອງທັບ ຂໍອວຍພອນໄຊອັນປະເສີດແດ່ ການນຳ ພັກ-ລັດ ກໍຄື ຄະນະນຳ ກະຊວງປ້ອງກັນປະເທດ ຕະຫລອດເຖິງ ພະນັກງານປະຕິວັດອາວຸໂສບໍານານ , ພະນັກງານ-ນັກຮົບ ຮຸ່ນໜຸ່ມ ທົ່ວກຳລັງປະກອບອາວຸດ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ອັນມີກຽດສະຫງ່າທີ່ ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ເພື່ອປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດ ມີຄວາມໝັ້ນຄົງ ຮຸ່ງເຮືອງສີວິໄລ.



