ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວໜຸ່ມ ປກສ ບໍລິຄຳໄຊ ສຸມໃສ່ແກ້ໄຂບັນຫາ 4 ເຖື່ອນ ເພື່ອຫລຸດຜ່ອນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ

Jun 23, 2025

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເພື່ອເປັນການຫລຸດຜ່ອນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫລຸດໜ້ອຍຖອຍລົງ ຊາວໜຸ່ມ ປກສ ແຂວງບໍລິຄຳໄຊ ໄດ້ເອົາໃຈໃສ່ແກ້ໄຂບັນຫາ 4 ເຖື່ອນຄື: ແກ້ໄຂບັນຫາລົດເຖື່ອນ, ຄົນເຖື່ອນ, ອາວຸດເຖື່ອນ, ຫວຍເຖື່ອນ-ປ່ອຍເງິນກູ້ນອກລະບົບ ແລະ ຈັດຕັ້ງປະຕິບັດ 9 ຫົວຂໍ້ວິທະຍາສາດ ໃນນີ້, ຊາວໜຸ່ມ ປກສ ແຂວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 3 ໂຄງການ ທີ່ຕິດພັນກັບໜ້າທີ່ຂອງກໍາລັງປ້ອງກັນຄວາມສະຫງົບຄື: ໂຄງການສະກັດກັ້ນ, ຕ້ານ ແລະ ແກ້ໄຂການແຜ່ລະບາດຂອງຢາເສບຕິດ, ໂຄງການຫລຸດຜ່ອນອຸບັດເຫດຕາມທ້ອງຖະໜົນຫລວງ, ໂຄງການແກ້ໄຂການກີດຂວາງການປະຕິບັດງານຂອງເຈົ້າໜ້າທີ່ຍາດຊີງຜູ້ຖືກຫາ ແລະ ຂອງກາງຄະດີ.
ສະຫາຍ ພັນໂທ ກອງລະສັກ ສີສຸກລາດ ຄະນະພັກກອງບັນຊາການ ປກສ ແຂວງ, ຄະນະປະຈຳຊາວໜຸ່ມແຂວງ, ເລຂາຄະນະຊາວໜຸ່ມຮາກຖານກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງ ບໍລິຄຳໄຊ ຄັ້ງທີ VII ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຜ່ານມາ, ຊາວໜຸ່ມ ທົ່ວ ປກສ ແຂວງບໍລິຄຳໄຊ ໄດ້ເອົາໃຈໃສ່ເຮັດໜ້າທີ່ວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະ ເຮັດໜ້າທີ່ຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ, ທົ່ວແຂວງບໍລິຄໍາໄຊ ມີຄະດີເກີດຂຶ້ນ ທັງໝົດ 1.461 ເລື່ອງ (ໃນນີ້ບໍ່ລວມຄະດີອຸບັດເຫດ ແລະ ອັກຄີໄພ), ມີຜູ້ຖືກຫາ 2.100 ຄົນ ຍິງ 121 ຄົນ, ຄົນຕ່າງປະເທດ 111 ຄົນ ຍິງ 12 ຄົນ ໃນນີ້, ຄະດີຢາເສບຕິດ 951 ເລື່ອງ, ຄະດີເສດຖະກິດ 88 ເລື່ອງ, ຄະດີສິ່ງແວດລ້ອມ 151 ເລື່ອງ, ຄະດີຄ້າມະນຸດ 46 ເລື່ອງ, ຄະດີອາຍາທົ່ວໄປ 225 ເລື່ອງ.
ພ້ອມນີ້ຍັງມີຄະດີພົ້ນເດັ່ນ 8 ເລື່ອງ: ຢາເສບຕິດ 7 ເລື່ອງ; ກັກຜູ້ຖືກຫາ 33 ຄົນ ຍິງ 1 ຄົນ (ຄົນຕ່າງປະເທດ 13 ຄົນ) ຢຶດຂອງກາງ ປະເພດຢາບ້າໄດ້ 11.449.000 ເມັດ, ຢາໄອ້ສ 1.559 ກິໂລກຣາມ, ຢາອີ 61 ກິໂລກຣາມ, ເຮໂລອິນ 699 ແທ່ງ, ແປ້ງຜະລິດຢາບ້າ 154 ກິໂລກຣາມ, ເຄື່ອງຜະລິດຢາເສບຕິດ 2 ເຄື່ອງ ແລະ ຄະດີລັກຊັບຂອງລັດ 1 ເລື່ອງ ຜົນເສຍຫາຍ: ເງິນກີບ 456.500.000 ກີບ, ເງິນດົງ 100.070.000 ດົງ.
ສະຫາຍ ພັນໂທ ກອງລະສັກ ສີສຸກລາດ ກ່າວຕື່ມວ່າ: ໃນຕໍ່ໜ້າ ຄະນະບໍລິຫານງານຊາວໜຸ່ມທຸກຂັ້ນ, ສະມາຊິກຊາວໜຸ່ມໄວໜຸ່ມທຸກສະຫາຍ ຈະສືບຕໍ່ສະໜັບສະໜູນ, ອຸ້ມຊູຊ່ວຍເຫລືອ, ປະກອບສ່ວນຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການທີ່ຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນກຸ່ມໄວໜຸ່ມ, ຊາວໜຸ່ມແຂວງບໍລິຄໍາໄຊ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.
ຂ່າວ-ພາບ: ຄຳຟອງ