ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາຫຼິ້ວປາວ ຮ່ວມກິດຈະກໍາ ຊາສູ່ຄວາມປອງດອງ ພົບປະແລກ ປ່ຽນຕົ້ນລະດູບານໃໝ່

Feb 26, 2025

ຊາຫຼິ້ວປາວ ຮ່ວມກິດຈະກໍາ ຊາສູ່ຄວາມປອງດອງ ພົບປະແລກ ປ່ຽນຕົ້ນລະດູບານໃໝ່
ສູນວັດທະນະທຳຈີນ ປະຈຳ ລາວ ໄດ້ຈັດກິດຈະກໍາ ຊາສູ່ຄວາມປອງດອງ ພົບປະແລກປ່ຽນຕົ້ນລະດູບານໃໝ່ ແລະ ພິທີເປີດຫ້ອງຮຽນພາສາຈີນ ຊຸດຮຽນລະດູບານໃໝ່ ປະຈໍາປີ 2025 ຂຶ້ນໃນວັນທີ 24 ກຸມພາ ນີ້ ທີ່ສູນດັ່ງກ່າວ. ໂດຍມີ ທ່ານ ນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ນາງ ເບັນ ຈະມາດ ພົນຊຽງດີ ຮອງປະທານສະມາຄົມການທ່ອງທ່ຽວລາວ, ທ່ານ ສຸນເປີນສູ້ ຫົວໜ້າພະແນກພັດທະນາອຸດສະຫະກໍາຊາ ນະຄອນຫວູໂຈວ ແຂວງກວາງຊີ ສປ ຈີນ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ພາຍໃນງານ, ນັກສິລະປະຊົງຊາ ຈາກນະຄອນຫວູໂຈວ ໄດ້ສະ ແດງການຊົງຊາ ດ້ວຍການເຄື່ອນໄຫວທີ່ສໍານິຊໍານານ ຊຶ່ງບັນຍາ ກາດເຕັມໄປດ້ວຍກິ່ນຫອມຂອງຊາ ຊຶ່ງຊາຫຼິ້ວປາວ ມີລັກສະນະພິເສດຄື: ສີແດງ, ເຂັ້ມຂຸ້ນ, ເກັບໄວ້ດົນ, ນຸ້ມນວນ ແລະ ມີກິ່ນ ຫອມ ໂດຍມີຊື່ສຽງມາແຕ່ສະໄໝລາສະວົງຊິ່ງ, ຊາຫຼິ້ວປາວ ໄດ້ ຮັບເລືອກເປັນ 1 ໃນຊາ 24 ຊະນິດທີ່ມີຊື່ສຽງໃນປະເທດຈີນ ຊຶ່ງມີກໍາມະວິທີການຜະລິດຊາ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກວັດທະນະທໍານາມມະທໍາຂອງໂລກ.
ທ່ານ ສຸນເປີນສູ້ ໄດ້ໃຫ້ຮູ້ວ່າ: ຕົ້ນກໍາເນີດຊາຫຼິ້ວປາວ ການພັດ ທະນາ, ລົດຊາດອັນເປັນເອກະລັກ ແລະ ສັບພະຄຸນຂອງຊາຫຼິ້ວປາວ ສໍາລັບນັກສິລະປະຊົງຊາ ຈາກນະຄອນຫວູໂຈວ ໃສ່ຊຸດເສື້ອ ຜ້າທີ່ງົດງາມ ໂດຍມີດົນຕີພື້ນເມືອງບັນເລງປະກອບ, ໄດ້ກຽມນໍ້າອຸ່ນ ອຸປະກອນ, ກຽມໃບຊາ, ແຊ່ໃບຊາ, ຊົງຊາ ແລະ ການເສີບຊາ, ດ້ວຍການເຄື່ອນໄຫວທີ່ສໍານິຊໍານານ ແລະ ສະຫງ່າງາມ.
ຊາເປັນສື່ກາງໃນການແບ່ງປັນມິດຕະພາບອັນຍາວນານ ລະ ຫວ່າງລາວ-ຈີນ. ສອງປະເທດເຊື່ອມໂຍງກັນດ້ວຍພູເຂົາ ແລະ ແມ່ ນໍ້າ, ມີວັດທະນະທໍາຄ້າຍຄືກັນ, ມິດຕະພາບລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ເປັນດັ່ງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ໄຫຼໄປໂດຍບໍ່ມີທີ່ສິ້ນສຸດ, ຊາກາຍເປັນສາຍເຊື່ອມໂຍງທີ່ສໍາຄັນ ໃຫ້ກັບສອງຊາດໂດຍຕະຫຼອດມາ.
ເຊິ່ງມີປະຫວັດການປູກມາຫຼາຍກວ່າ 1,500 ປີ. ໃນປີ 2022, ເຕັກນິກການເຮັດຊາຫຼິ້ວປາວ ໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ຕົວແທນຂອງມໍລະດົກວັັັດທະນະທໍານາມມະທໍາຂອງມວນມະນຸດຂອງ ອົງການ UNESCO ໃນຖານະໂຄງການຍ່ອຍຂອງ ເຕັກນິກການເຮັດຊາແບບດັ່ງເດີມ ແລະ ຮີດ ຄອງປະເພນີທີ່ກ່ຽວຂ້ອງຂອງຈີນ ຊຶ່ງກິດຈະກໍາ ຊາສູ່ຄວາມປອງດອງ ພົບປະແລກປ່ຽນຕົ້ນລະ ດູບານໃໝ່ຄັ້ງນີ້ ໄດ້ນໍາເອົາຊາຫຼິ້ວປາວເປັນຕົວ ແທນໃນການສົ່ງເສີມໃຫ້ວັດທະນະທໍາຊາຈີນ ຢ່າງຕັ້ງໜ້າ, ຖ່າຍ ທອດວິຖີຊີວິດ ແລະ ແນວຄວາມຄິດທີ່ສວຍງາມຂອງຈີນ.
ຂ່າວ: ສູນວັດທະນະທໍາຈີນ ປະຈໍາ ລາວ