ງານມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ເປີດຂຶ້ນໃນຕອນຄໍ່າ ວັນທີ 9 ທັນວາ 2025 ຢູ່ສະໜາມກິລາຣາຊະມັງຄາລາກິລາສະຖານ ນະຄອນຫຼວງບາງກອກ, ໂດຍການໃຫ້ກຽດກ່າວເປີດງານຂອງສົມເດັດມະຫາວະຊິຣາລົງກອນ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຕົວແທນຄະນະນຳກິລາຈາກ 11 ປະເທດໃນອາຊຽນ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ສຳລັບ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ.

ໃນພິທີເປີດງານຄັ້ງນີ້, ເຈົ້າພາບ ໄດ້ຈັດການສະແດງ 5 ຊຸດ : “BACK TO THE ORIGIN – ສູ່ຈຸດເລີ່ມຕົ້ນ ”, “ IGNITE THE GAME – ປຸກພະລັງສູ່ການແຂ່ງຂັນ”, “WE ARE ONE – WE ARE CONNECTED BY THE SEA – ສາຍນໍ້າເຊື່ອມດວງໃຈເປັນໜຶ່ງດຽວ”, “ONE SPIRIT – ຈິດວິນຍານແຫ່ງຄວາມເປັນໜຶ່ງ” ແລະ “BLOOMING OF ONE VICTORY – ມິດຕະພາບຄືໄຊຊະນະ”. ຊຶ່ງທຸກການສະແດງໄດ້ສ່ອງແສງໃຫ້ເຫັນເຖິງພະລັງຄວາມສາມັກຄີຂອງບັນດາປະເທດໃນອາຊຽນ, ພາສາທັກທາຍ, ດອກໄມ້ປະຈຳຊາດ, ຄວາມເປັນມາຂອງຊີເກມ ແລະ ສິລະປະຕໍ່ສູ້ຂອງມວຍໄທ ປະສານກັບແສງສີສຽງ ຢ່າງງົດງາມ.

ສ່ວນການເດີນຂະບວນສວນສະໜາມຂອງຄະນະນັກກິລາ 11 ປະເທດ ຊຶ່ງຄະນະນັກກິລາລາວ ເປັນຂະບວນທີ 4 ຕໍ່ຈາກອິນໂດເນເຊຍ. ຖືທຸງ ໂດຍ ວິລະສັກ ລາດຊະວົງ ນັກກິລາເປຕັງ ເຈົ້າຂອງຫຼຽນຄຳ ຊີເກມ ຄັ້ງທີ 32 ແລະ 2 ຫຼຽນຄຳ ງານກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21, ນຳພາຄະນະ ໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າຄະນະນັກກິລາລາວ.

ສຳລັບງານກິລາຊີເກມ ຄັ້ງທີ 33 ເປັນຄັ້ງທຳອິດໃນຮອບ 18 ປີ ທີ່ປະເທດໄທ ໄດ້ຮັບກຽດເປັນເຈົ້າພາບ ຕໍ່ຈາກປີ 2007 ແລະ ເປັນຄັ້ງທີ 7 ຂອງປະເທດ ຫຼາຍສຸດໃນອາຊຽນທີ່ໄດ້ເປັນເຈົ້າພາບຊີເກມ, ມີນັກກິລາເຂົ້າຮ່ວມ 12.506 ຄົນ ຊີງໄຊ 574 ຫຼຽນຄຳ ໃນ 50 ປະເພດກິລາ, ສະເພາະ ສປປ ລາວ ສົ່ງຄະນະນັກກິລາເຂົ້າຮ່ວມ 500 ກວ່າຄົນ ໃນ 39 ກິລາ ພ້ອມຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ຢ່າງຕໍ່າ 5 ຫຼຽນຄຳ.
ງານມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບຈະແຂ່ງຂັນໄປເຖິງ ວັນທີ 20 ທັນວາ 2025 ຈຶ່ງຈະສຳເລັດ.


