ຈາກກໍລະນີທີ່ມີບາງສື່ອອນລາຍ (ເຟສບຸກ) ໄດ້ລາຍງານຂ່າວເມື່ອບໍ່ດົນມານີ້ວ່າ: ມີປາຢູ່ໜອງຂອງປະຊາຊົນບ້ານນາຍາງ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ຕາຍຟູນໍ້າເປັນຈໍານວນຫລາຍ ໂດຍສັນນິຖານວ່າມີສາເຫດມາຈາກສານເຄມີທີ່ນໍາໃຊ້ຢູ່ສວນກ້ວຍຂອງນັກລົງທຶນຈີນທີ່ຢູ່ຫ່າງກັນປະມານ 400 ແມັດ ໄຫລລົງມາໃສ່ໜອງ.
ຕໍ່ບັນຫານີ້, ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ໄດ້ອະທິ ບາຍຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 15 ທັນວາ 2023 ນີ້ວ່າ: ເມື່ອບໍ່ດົນມານີ້ ມີບາງບຸກ ຄົນສະເໜີວ່າ ປາທີ່ຕົນເອງທີ່ລ້ຽງໄວ້ໃນໜອງ ຊຶ່ງມີຂະໜາດປະມານ 10×10ແມັດ ຫລື ເທົ່າກັບ 100 ຕາແມັດ ຈໍານວນໜຶ່ງຕາຍຟູນໍ້າ ໂດຍກ່າວອ້າງວ່າອາດເກີດຈາກສານເຄມີຈາກສວນກ້ວຍຂອງນັກລົງທຶນຈີນທີ່ຢູ່ຫ່າງກັນປະມານ 400 ແມັດ ໄຫລຕາມຫ້ວຍທໍາມະຊາດລົງມາໃສ່ ເພາະໜອງຂອງຜູ້ກ່ຽວມີຫ້ວຍທໍາມະຊາດໄຫລຜ່ານ. ຢ່າງໃດກໍຕາມ ເຈົ້າຂອງໜອງກໍບໍ່ໄດ້ແຈ້ງອົງການປົກຄອງບ້ານ ແລະ ອົງການປົກຄອງເມືອງກ່ຽວຂ້ອງຢ່າງເປັນທາງການ.
ຕໍ່ເຫດການທີ່ເກີດຂຶ້ນໜ່ວຍງານທີ່ກ່ຽວຂ້ອງ ໄດ້ໄປກວດກາແລ້ວເຫັນວ່າ: ສິ່ງແວດລ້ອມທໍາມະຊາດທີ່ຢູ່ໃກ້ຄຽງສວນກ້ວຍຂອງນັກລົງທຶນຈີນ ແລະ ຫ້ວຍທໍາມະຊາດທີ່ນໍ້າໄຫລຜ່ານແມ່ນບໍ່ມີຜົນກະທົບ ຫລື ມີສະພາບປາ ແລະ ສັດນໍ້າຕາຍເກີດ ຂຶ້ນ, ທຸກຢ່າງແມ່ນຢູ່ໃນສະພາບປົກກະຕິ ແລະ ປະຊາຊົນຍັງໄປຫາຢູ່ຫາກິນຕາມປົກກະຕິ, ແຕ່ມີພຽງປາໃນໜອງຂອງປະຊາຊົນທີ່ລ້ຽງໄວ້ໃນໜອງຢູ່ຫ່າງກັນປະມານ 400 ແມັດ ເທົ່ານັ້ນທີ່ຕາຍ.
ທ່ານຮອງເຈົ້າເມືອງກ່າວຕື່ມວ່າ: ຕໍ່ບັນຫານີ້ ພາກສ່ວນກ່ຽວຂ້ອງຂອງເມືອງຈະໄດ້ກວດກາຄືນຕື່ມວ່າປາໃນໜອງຂອງປະຊາຊົນທີ່ຕາຍເກີດຫຍັງແທ້, ຊຶ່ງອາດເກີດຈາກເຕັກນິກໃນການປ່ອຍປາຂອງປະຊາຊົນບໍ່ຖືກຕ້ອງຕາມເຕັກ ນິກການລ້ຽງທີ່ຖືກຕ້ອງຈິ່ງເຮັດໃຫ້ປາຕາຍ. ຕ້ອງໄດ້ສືບຕໍ່ກວດກາ ແລະ ເບິ່ງບັນຫາໃຫ້ຈະແຈ້ງ ແລະ ເຂົ້າໃຈນໍາກັນເພື່ອໃຫ້ຄວາມຍຸຕິທໍາຕໍ່ທຸກຝ່າຍ ໂດຍການເອົາປາທີ່ຕາຍ ແລະ ສະພາບນໍ້າໃນໜອງໄປວິເຄາະວິໄຈໃຫ້ລະອຽດວ່າເປັນແນວ ໃດແທ້ເພື່ອຊອກຫາຄວາມຈິງຢ່າງລະອຽດ, ລວມເຖິງກວດກາເບິ່ງສະພາບຕົວຈິງກ່ອນການຂຸດໜອງຂອງປະຊາຊົນ, ລວມເຖີງເບິ່ງຄືນປາທີ່ປະຊາຊົນເອົາມາລ້ຽງແມ່ນເອົົາມາຈາກໃສຊຶ່ງພວມຢູ່ໃນຂັ້ນຕອນກວດກາໃຫ້ລະອຽດ.
ຢ່າງໃດກໍຕາມ, ກ່ອນໜ້ານີ້ ຄື: ໃນວັນທີ 14 ທັນວາ 2023 ນີ້, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ລາຍງານ ສະພາບການກ່ຽວກັບ ປາຕາຍຢູ່ເຂດບ້ານນາຍາງ ເມືອງນາຊາຍທອງ ທີ່ໄດ້ເຜີຍແຜ່ຜ່ານສື່ສັງຄົມອອນລາຍ (ເຟສບຸກ) ໃນວັນທີ 9 ທັນວາ 2023 ຜ່ານມາ ແມ່ນບໍ່ມີມູນຄວາມຈິງ.
ຕໍ່ກັບບັນຫາດັ່ງກ່າວ, ການຈັດຕັ້ງບ້ານນາຍາງ ໄດ້ລາຍງານຕໍ່ຫ້ອງການຊັບພະ ຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ເມືອງນາຊາຍທອງ ວ່າ: ເບື້ອງຕົ້ນ ທ່ານ ບຸນສະຫວາດ ພັນທະວົງ ໄດ້ມາຊື້ດິນຈັດສັນຢູ່ເຂດຫ້ວຍຊຳປາເຕີຍ. ຈາກນັ້ນ, ກໍຕັນຫ້ວຍດັ່ງກ່າວ ເພື່ອເຮັດເປັນໜອງປາຂະໜາດ 10×10 ເທົ່າກັບ 100 ຕາແມັດ, ມີນໍ້າໄຫລຜ່ານ. ມາຮອດວັນທີ 2-3 ທັນວາ 2023 ເຈົ້າຂອງໜອງປາດັ່ງກ່າວ ກໍ່ອ້າງວ່າປາຢູ່ໜອງຂອງຜູ້ກ່ຽວຕາຍ ຍ້ອນສານເຄມີໄຫລມາຈາກສວນກ້ວຍຈີນ, ແຕ່ວ່າການຈັດຕັ້ງບ້ານນາຍາງ ແລະ ບໍລິສັດສວນກ້ວຍຈີນ ກໍບໍ່ໄດ້ຮັບຮູ້ນໍາ ເຊິ່ງໄລຍະຫາງຈາກໜອງປາຂອງຜູ້ກ່ຽວຫາສວນກ້ວຍ ແລະ ເຮືອນພັກ(ແຄ້ມ)ກຳມະກອນຈີນ ປະມານ 400 ແມັດ, ສາຍຫ້ວຍຊຳປາເຕີຍ ປັດຈຸບັນນໍ້າຍັງໄຫລ ຜ່ານໜອງປາຂອງຜູ້ກ່ຽວ ແລ້ວໄຫລລົງມາໃສ່ໜອງອຸ່ມ ແລະ ໄຫລລົງສູ່ສາຍຫ້ວຍຊົ້ວ (ຝາຍນໍ້າລົ້ນຫ້ວຍຊົ້ວ), ຖ້າມີສານເຄມີແທ້ ນ້ຳໄຫລເຂົ້າສູ່ອ່າງເກັບນໍ້າຫ້ວຍຊົ້ວ, ປາຈໍານວນຫລາຍທີ່ອາໄສຢູ່ເຂດນັ້ນກໍຈະຕາຍໝົດຄືກັນ.
ຕາມການພິສູດຫລັກຖານຕົວຈິງຂອງຄະນະກຳມະການ ເມືອງນາຊາຍທອງ ເຫັນວ່າການຕາຍຂອງປາຢູ່ໜອງຂອງຜູ້ກ່ຽວນັ້ນ ຍ້ອນວ່າ: ຜູ້ກ່ຽວເອົາປາມາປ່ອຍໃໝ່, ປາມີການຕື່ນນໍ້າ, ຊັອກນໍ້າ ແລະ ປາບໍ່ແຂງແຮງ ຈຶ່ງເຮັດໃຫ້ປາຕາຍ ຊຶ່ງບໍ່ກ່ຽວກັບ ສານເຄມີຈາກສວນກ້ວຍແຕ່ຢ່າງໃດ.
ສະນັ້ນ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາຊາຍທອງ ຈຶ່ງໄດ້ແຈ້ງມາຍັງ ທຸກພາກສ່ວນ ແລະ ສັງຄົມ ເພື່ອຮັບຊາບ, ພ້ອມທັງຮຽກ ຮ້ອງມາຍັງສັງຄົມ ຜູ້ບໍລິໂພກຂໍ້ມູນຂ່າວສານຈົ່ງໃຊ້ວິຈາລະນະຍານ, ມີສະຕິໃນການບໍລິໂພກສື່ ແລະ ຫລີກລ້ຽງການເຜີຍແຜ່ຂໍ້ມູນຂ່າວສານ ທີ່ບໍ່ໄດ້ຮັບການຢັ້ງຢືນຈາກເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອບໍ່ໃຫ້ສັງຄົມເກີດຄວາມສັບສົນວຸ້ນວາຍ ແລະ ແຕກຕື່ນ.



