ເມື່ອບໍ່ດົນມານີ້, ມີສື່ສັງຄົມອອນລາຍໄດ້ລາຍງານຂ່າວກ່ຽວກັບ ເສັ້ນທາງລະຫວ່າງເມືອງປາກທາ-ເມືອງຜ່າອຸ ດົມ ແຂວງບໍ່ແກ້ວ ທີ່ພວມຢູ່ໃນຂັ້ນຕອນການກໍ່ສ້າງວ່າມີຂີ້ຝຸ່ນຫລາຍ ເຮັດໃຫ້ການສັນຈອນໄປ-ມາມີຄວາມຫຍຸ້ງຍາກ.
ຕໍ່ບັນຫານີ້, ທ່ານ ຄຳປາໃສ ສາລີວັນ, ຫົວໜ້າໂຄງການ ກໍ່ສ້າງເສັນທາງເມືອງປາກທາ-ເມືອງຜາອຸດົມ ໃຫ້ສໍາພາດຕໍ່ນັກຂ່າວ ວິທະຍຸ-ໂທລະພາບແຂວງບໍ່ແກ້ວ ໃນວັນທີ 4 ມີນາ 2024 ວ່າ: ເສັ້ນທາງລະຫວ່າງເມືອງປາກທາ – ເມືອງຜາອຸດົມ ແມ່ນເສັ້ນທາງທີ່ກໍາລັງຢູ່ໃນໄລຍະກໍ່ສ້າງ ເຮັດໃຫ້ບໍ່ສາມາດປາດສະຈາກໄດ້ບັນຫາຂີ້ຝຸ່ນ ໂດຍສະເພາະຢູ່ຈຸດທີ່ມີຄົນຖ່າຍລົງສື່ສັງຄົມອອນລາຍແມ່ນໄລຍະທາງຜ່ານປ່າທີ່ກໍາລັງກໍ່ສ້າງ ເຊິ່ງມີຄວາມຍາວບໍ່ເກີນ 100 ແມັດ. ສາ ເຫດທີ່ມີຂີ້ຝຸ່ນຢູ່ຈຸດນີ້ຫລາຍຍ້ອນມີການຕັດຂະຫຍາຍໜ້າທາງເຮັດໃຫ້ມີດິນຕົກໃສ່ໜ້າທາງແລ້ວຖືກລົດຢຽບໄປ-ມາ, ບວກໃສ່ຟ້າແດດຈິ່ງເປັນຂີ້ຝຸ່ນໄງເກີດຂຶ້ນ ເຮັດໃຫ້ກາຍເປັນຂໍ້ຂາດຕົກບົກພ່ອງທີ່ສັງຄົມເອົາລົງສື່ອອນລາຍ.
ທ່ານກ່າວຕື່ມວ່າ: ຜູ້ໃຊ້ເສັ້ນທາງສາຍນີ້ຕ້ອງເຂົ້າໃຈວ່າ: ທີ່ມີຂີ້ຝຸ່ນຫລາຍແມ່ນນເປັນບາງຈຸດ ແລະ ບໍ່ແມ່ນເປັນສຸດເສັ້ນທາງ. ໄລຍະຜ່ານມາຜູ້ຮັບເໝົາກໍ່ສ້າງໄດ້ເອົາໃຈໃສ່ທີ່ສຸດແລ້ວ, ໃນນີ້ ເຂດທີ່ມີເຮືອນຄົນ ແລະ ເຂດຊຸມຊົນຕ່າງໆ ທີ່ມີເສັ້ນທາງນີ້ຜ່ານແມ່ນມີການຫົດນໍ້າຕະຫລອດເພື່ອບໍ່ໃຫ້ມີຂີ້ຝຸ່ນໄງ ສ່ວນເຂດທີ່ຜ່ານປ່າ ແລະ ບໍ່ມີຄົນຢູ່ອາໃສຢູ່ແມ່ນບໍ່ໄດ້ຫົດນໍ້າໂດຍອີງໃສ່ຄວາມສາມາດຕົວຈິງ. ຢ່າງໃດກໍຕາມ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນທາງໂຄງການຈະພະຍາຍາມຕັດໜ້າທາງຢູ່ເຂດທີ່ມີຂີ້ຝຸ່ນຫລາຍແລ້ວກໍ່ສ້າງໂຄງການຂອງທາງໃຫ້ສໍາເລັດໂດຍໄວ ເພື່ອຮັບປະກັນບໍ່ໃຫ້ມີຂີ້ຝຸ່ນໃນຍາມແລ້ງ ແລະ ມີຂີ້ຕົມໃນຍາມຝົນ. ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ສັງຄົມບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ ແລະ ເຂົ້າໃຈຕໍ່ຄວາມຈໍາເປັນທີ່ເກີດຂຶ້ນ.
ໂຄງການທາງປູຢາງ 2 ຊັ້ນ ແຕ່ເມືອງປາກທາ ຫາ ເມືອງຜາອຸດົມ ແຂວງບໍ່ແກ້ວ ມີມູນຄ່າ 113 ຕື້ກວ່າກີບ, ເປັນໂຄງການໜຶ່ງທີ່ຂື້ນກັບກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ເປັນໂຄງການບູລິມາສິດຂອງລັດຖະບານ ໃນແຜນການ 5ປີຄັ້ງທີ່ VIII (2016-2020) ແລະ ກໍ່ເປັນໂຄງການພັດທະນາໂຄງລ່າງຂອງແຂວງເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນທີ່ອາໃສຢູ່ລຽບຕາມເສັ້ນທາງ ແລະ ທັງເປັນເສັ້ນທາງເຊື່ອມ ຕໍ່ລະຫວ່າງເມືອງ ຫາ ເມືອງ,ເຊື່ອມຕໍ່ກັບເສັ້ນທາງ 2W (ເມືອງປາແບງ ແຂວງອຸດົມໄຊ). ເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 30.25 ກິໂລແມັດ, ຄວາມກວ້າງໜ້າທາງ 8 ແມັດ ເຂດເທດສະບານ ແລະ ກວ້າງ 7 ແມັດ ເຂດນອກເທດສະບານ. ໄລຍະການຮັບເໝົາກໍ່ສ້າງ 24 ເດືອນ (ເລີ່ມຈາກວັນທີ 1 ຕຸລາ 2023-1 ຕຸລາ 2025).
ສໍາລັບການຈັດຕັ້ງປະຕິບັດໂຄງການມາຮອດປັດຈຸບັນ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ສໍາເລັດແລ້ວຫລາຍໜ້າວຽກ ເປັນຕົ້ນ: ສໍາເລັດການສ້ອມແປງທາງທີ່ເປ່ເພໃນລະດູຝົນຜ່ານມາ, ການລົງດິນຊັ້ນຮອງພື້ນທາງພ້ອມໂລອັດ ແໜ້ນ, ການຕັດດິນ, ກໍ່ຮ່ອງລະບາຍນໍ້າ ແລະ ຕິດຕັ້ງທໍ່ກົມ ແລະ ອື່ນໆ.
BT, ຂ່າວອອນລາຍ ວສລ







