ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊີ້ແຈງເຫດຜູ້ໂດຍສານຕ່າງປະເທດບໍ່ທັນລົດໄຟທີ່ສະຖານີວັງວຽງ

Feb 7, 2025

ຊີ້ແຈງເຫດຜູ້ໂດຍສານຕ່າງປະເທດບໍ່ທັນລົດໄຟທີ່ສະຖານີວັງວຽງ
ວັນທີ 7 ກຸມພາ 2025, ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ອອກມາຊີ້ແຈງຜ່ານເຟສບຸກ Laos – China Railway Company Limited ວ່າ: ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ຂໍຊີ້ແຈງກ່ຽວກັບເຫດການທີ່ຜູ້ໂດຍສານຕ່າງປະເທດບໍ່ທັນລົດໄຟທີ່ສະຖານີວັງວຽງ ໃນວັນທີ 4 ກຸມພາທີ່ຜ່ານມາ ດັ່ງລາຍລະອຽດລຸ່ມນີ້:
ໃນເວລາ 11:35:22 ຂອງວັນທີ 4 ກຸມພາ 2025 ທີ່ສະຖານີລົດໄຟວັງວຽງ, ມີຜູ້ໂດຍສານ 3 ຄົນ ( ໃນນັ້ນ 2 ຄົນແມ່ນຊາວຕ່າງປະເທດ, 1 ຄົນເປັນຊາວລາວ ) ໄດ້ມາຮອດສະຖານີພ້ອມດ້ວຍປີ້ລົດໄຟຖ້ຽວ C97 ທີ່ຈະເດີນທາງໄປຍັງນະຄອນຫຼວງວຽງຈັນ, ແຕ່ກຳນົດເວລາຂອງການແລ່ນລົດຖ້ຽວດັ່ງກ່າວ ແມ່ນ 11:38 ແລະ ໃນເວລານັ້ນສະຖານີໄດ້ຢຸດແຈ້ງປີ້ຂອງຖ້ຽວດັ່ງກ່າວໄປຕາມລະບຽບແລ້ວ.
ຕາມລະບຽບກ່ຽວກັບການຂົນສົ່ງໂດຍສານຂອງທາງລົດໄຟ ທີ່ໄດ້ຜ່ານການຮັບຮອງຈາກພາກສ່ວນກ່ຽວຂ້ອງໄດ້ກຳນົດວ່າ: ກ່ອນລົດໄຟອອກເດີນທາງ, ສະຖານີຈະຢຸດແຈ້ງປີ້ຂອງຖ້ຽວດັ່ງກ່າວຕາມກົດລະບຽບ ເຊິ່ງໄດ້ມີແຈ້ງຢູ່ໃນກະດານ ແລະ ໜ້າຈໍສະແດງຂໍ້ມູນໃນສະຖານີເປັນພາສາລາວ, ພາສາຈີນ ແລະ ພາສາອັງກິດ.
ຕໍ່ກັບສະຖານະການດັ່ງກ່າວ, ພະນັກງານໂດຍສານສະຖານີໄດ້ຍຶດໝັ້ນໃນຄວາມປອດໄພຂອງຜູ້ໂດຍສານ ແລະ ອະທິບາຍໃຫ້ຜູ້ໂດຍສານວ່າ ສະຖານີໄດ້ຢຸດການແຈ້ງປີ້ ແລະ ຈະບໍ່ສາມາດເຂົ້າສະຖານີໄປຂຶ້ນລົດໄດ້, ແຕ່ສາມາດເຂົ້າໄປທີ່ຫ້ອງຂາຍປີ້ເພື່ອປ່ຽນປີ້ໄດ້. ຜູ້ໂດຍສານຊາວລາວຄົນໜຶ່ງປະຕິບັດຕາມຄຳແນະນຳຂອງພະນັກງານ ແລະ ໄດ້ໄປຫ້ອງຂາຍປີ້ເພື່ອປ່ຽນປີ້ຂອງເພິ່ນ, ຜູ້ໂດຍສານຕ່າງປະເທດ 2 ຄົນບໍ່ຟັງຄຳອະທິບາຍຂອງພະນັກງານສະຖານີ, ຢືນຢັນຈະເຂົ້າໄປຂຶ້ນລົດໄຟ. ເພື່ອຫຼີກເວັ້ນບໍ່ໃຫ້ມີການໂຕ້ຖຽງກັນ, ພະນັກງານປະຈຳສະຖານີຈຶ່ງແຈ້ງໃຫ້ເຈົ້າຫນ້າທີ່ຮັກສາຄວາມປອດໄພ ມາຊ່ວຍແກ້ໄຂສະຖານະການໃນຕອນນັ້ນ ແລະ ຜູ້ໂດຍສານກໍໄດ້ອອກສະຖານີໄປ.
ທາງລົດໄຟລາວ-ຈີນ ຍິນດີທີ່ຈະອໍານວຍຄວາມສະດວກທຸກຢ່າງໃຫ້ແກ່ຜູ້ໂດຍສານ, ແຕ່ເລື່ອງຄວາມປອດໄພເປັນວຽກບູລິມະສິດໃນການດຳເນີນງານຂອງທາງລົດໄຟ.
ທາງລົດໄຟລາວ-ຈີນຍາມໃດກໍໃຫ້ການເອົາໃຈໃສ່, ໃຫ້ຄວາມສຳຄັນຕໍ່ຜູ້ໂດຍສານທຸກທ່ານ ທີ່ປະຕິບັດຕາມລະບຽບການຢ່າງເຂັ້ມງວດ ແລະ ມີຄວາມຫວັງດີຢາກໃຫ້ຜູ້ໂດຍສານທຸກທ່ານ ເດີນທາງໄດ້ຕາມແຜນກຳນົດເວລາຢ່າງປອດໄພ.
ດັ່ງນັ້ນ, ຈິ່ງຂໍຮຽກຮ້ອງໃຫ້ຜູ້ໂດຍສານທີ່ຮັກແພງຫມົດທຸກທ່ານ ຊ່ວຍເອົາໃຈໃສ່ໃນການຈັດສັນເວລາການເດີນທາງໃຫ້ເໝາະສົມ ເພື່ອໃຫ້ການເດີນທາງຂອງທ່ານມີຄວາມລາບລື່ນ ແລະ ໄປຮອດຈຸດໝາຍປາຍທາງຢ່າງສະ ຫວັດດີພາບ.