ສະຖາບັນສື່ມວນຊົນ , ວັດທະນະທຳ ແລະທ່ອງທ່ຽວ ເປີດຊຸດອົບຮົມພະນັກງານນໍາທ່ຽວລະດັບຊາດ ຊຸດທີ 30 ຢ່າງເປັນທາງການໃນວັນທີ 6 ພຶດສະພາ 2024 ໂດຍມີທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສໍາມະນາກອນເຂົ້າຮ່ວມ.
ຈຸດປະສົງເພື່ອສ້າງຖັນແຖວພະນັກງານນໍາທ່ຽວໃຫ້ມີຄວາມ ເຂັ້ມແຂງ ແລະ ມີຈຳນວນພຽງພໍກັບຄວາມຕ້ອງການຕົວຈິງດ້ານການທ່ອງທ່ຽວພາຍໃນປະເທດ ເນື່ອງຈາກພາຍຫຼັງມີການເປີດປະເທດຢ່າງເປັນທາງການໃນເດືອນພຶດສະພາ ປີ 2022 ຜ່ານມາ ມີນັກທ່ອງທ່ຽວເດີນທາງມາທ່ຽວລາວ ເພີ່ມຂຶ້ນຢ່າງກ້າວກະໂດດໃນໄລຍະ 2 ປີ ນັບແຕ່ 2023 ຫາ 2024 ໂດຍໃນປີ 2023 ມີນັກທ່ອງທ່ຽວເຂົ້າມາ ລາວ 3,417,629 ຄົນ ເພີ່ມຂຶ້ນ 160 ສ່ວນຮ້ອຍ ຈາກປີ 2022 ເຮັດໃຫ້ສະພາບການທ່ອງທ່ຽວຂອງລາວມີຄວາມຄຶກຄັກຫຼາຍ ໂດຍສະເພາະຕາມແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຂອງລາວ ເຊັ່ນ: ນະຄອນຫຼວງວຽງຈັນ, ວັງວຽງ, ເມືອງເຟືອງ, ຫຼວງພະບາງ ແລະ ຈຳປາສັກ. ແຕ່ສະພາບການບໍລິການທ່ອງທ່ຽວໃນປັດຈຸບັນ ຍັງພົບກັບຄວາມຫຍຸ້ງຍາກກັບຍ້ອນຂາດເຂີນແຮງງານໃນຂະແໜງທ່ອງທ່ຽວ ໂດຍສະເພາະພະນັກງານນໍາທ່ຽວ ເຮັດໃຫ້ຫຼາຍບໍລິສັດບໍ່ສາມາດຮັບປະກັນຄຸນນະພາບດ້ານການບໍລິການໄດ້. ພ້ອມດຽວກັນນີ້ຍັງມີຄວາມຂາດເຂີນພະນັກງານນໍາທ່ຽວໃນພາສາສະເພາະປະເທດນັກທ່ອງທ່ຽວທີ່ເຂົ້າມາທ່ຽວຫຼາຍ ເຊັ່ນ: ພາສາຈີນ, ເກົາຫຼີ, ຫວຽດນາມ, ອັງກິດ, ຝຣັ່ງ ແລະ ອື່ນໆ.
ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໄດ້ເນັ້ນໜັກວ່າ: ການຝຶກອົບຮົມໃນຄັ້ງນີ້ມີຄວາມສໍາຄັນຫລາຍຕໍ່ຂະແໜງການທ່ອງທ່ຽວຂອງລາວ ຊື່ງຈະຊ່ວຍຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານນໍາທ່ຽວໄດ້ເປັນຢ່າງດີ.
ການຝຶກອົບຮົມຄັ້ງນີ້ຈະໃຊ້ເວລາ 55 ວັນປະກອບມີ 24 ວິຊາຮຽນ ທັງພາກທິດສະດີ ແລະພາກປະຕິບັດຕົວຈິງ ແລະ ທົດລອງເປັນພະນັກງານນໍາທ່ຽວໃນພື້ນທີ່ແຫຼ່ງທ່ອງທ່ຽວຕົວຈິງ ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ສະຖາບັນສື່ມວນຊົນ, ວັດທະນະທຳ ແລະທ່ອງທ່ຽວ ຈະໄດ້ສົ່ງລາຍຊື່ທີ່ໄດ້ຮັບການຢັ້ງຢືນການຝຶກອົບຮົມ ໃຫ້ກົມຄຸ້ມຄອງທຸລະກິດທ່ອງທ່ຽວ ເພື່ອອອກບັດນໍາທ່ຽວໃນຂັ້ນຕໍ່ໄປ.ຊຸດອົບຮົມພະນັກງານນໍາທ່ຽວ ລະດັບຊາດຊຸດທີ 30 ນີ້ຈະດຳເນີນໄປຮອດວັນທີ 19 ກໍລະກົດ 2024 ຈີ່ງຈະສໍາເລັດ.





