ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊົນນະບູລີ ເປີດງານບຸນນະມັດສະການພະຈັນລາຍ ພ້ອມທັງເປີດປີທ່ອງທ່ຽວລາວ 2024

Apr 24, 2024

ໃນວັນທີ 23 ເມສາຜ່ານມາ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດງານບຸນນະມັດສະການພະຈັນລາຍ ພ້ອມທັງເປີດປີທ່ອງທ່ຽວລາວ 2024 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດພັກ-ພະນັກງານ, ມີທ່ານ ສຸວິໄລ ຫຼວງ ຊະລາດ ເຈົ້າເມືອງຊົນນະບູລີ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ແຂວງ, ເປັນກຽດເຂົ້າຮ່ວມມີທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸວິໄລ ຫຼວງຊະລາດ ໄດ້ໃຫ້ກຽດກ່າວເປີດງານຢ່າງເປັນທາງການ, ຈາກນັ້ນທ່ານ ວັນປະເສີດ ແກ້ວມະນີໄຊ ຮອງເຈົ້າເມືອງຊົນນະບູລີ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ກ່າວວ່າ: ການຈັດງານໃນຄັ້ງ ນີ້ມີຫຼາຍກິດຈະກຳເປັນຕົ້ນການສະແດງສິລະປະ-ວັນນະຄະດີ, ບົດເພງ, ບົດລໍາ, ກອງຕູ້ມ-ກອງຫາງ, ຂະບວນ ດູລິຍາງ, ຂະບວນນາງສາວແຫ່ປ້າຍຄໍາຂວັນຂອງເມືອງ, ຂະບວນແຮ່ໂລໂກ້ປີທ່ອງທ່ຽວລາວ 2024, ຂະບວນ ແຫ່ຮູບພາບສັນຍາລັກແຫຼ່ງທ່ອງທ່ຽວຂອງເມືອງ, ຂະບວນກ້ອນກຳລັງຂອງມວນຊົນ 9 ບ້ານ ແລະ ອື່ນໆ. ນອກນັ້ນຍັງມີຮ້ານວາງສະແດງສິນຄ້າຈາກປະຊາຊົນ ແລະ ຜູ້ປະກອບການເຂົ້າຮ່ວມທັງໝົດ 9 ຮ້ານ ເພື່ອສ້າງໂອກາດໃຫ້ປະຊາຊົນໄດ້ມາທ່ອງທ່ຽວແລກປ່ຽນຊື້-ຂາຍສິນຄ້າ.
ໃນພິທີທ່ານ ພູວັງ ເກດແກ້ວພົມພອນ ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ການຈັດ ງານໃນຄັ້ງນີ້. ພ້ອມທັງເຂົ້າຮ່ວມແຫ່ຜາສາດເຜິ້ງ, ຢ້ຽມຊົມຮ້ານວາງສະແດງສິນຄ້າຕື່ມອີກ.
ຂ່າວ: ສະຫວັນນະເຂດ