ຊົມເຊີຍ!! ກຳລັງປ້ອງກັນເຄື່ອນທີ່ເອົາໃຈໃສ່ປະຕິບັດໜ້າທີ່ໃນໄລຍະປີໃໝ່ລາວ
ພັຕ ກອງຄຳ ຈັນທະວົງ ຮັກສາການ ຫົວໜ້າ ກອງຮ້ອຍ 3 ກອງພັນ 133 ກອງ ບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ໃຫ້ສຳພາດໃນວັນທີ 15 ເມສາ 2024 ວ່າ: ກຳລັງປ້ອງກັນເຄື່ອນທີ່ໄດ້ເອົາໃຈໃສ່ ກວດກາລາດຕະເວນຢູ່ຂອບເຂດ 4 ຕົວເມືອງໃນນະຄອນຫຼວງວຽງຈັນ ນັບແຕ່ວັນທີ 12 ເມສາເປັນຕົ້ນມາ ໂດຍມີການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ (ການປ້ອງກັນສະຫຼອງບຸນປີໃໝ່ລາວ ພສ 2567 ຂອງກໍາລັງປ້ອງກັນເຄື່ອນທີ່ຈະດໍາເນີນໄປເຖິງ ວັນທີ 19 ເມສາ 2024.)

ຜ່ານການຈັດຕັ້ງປະຕິບັດໜ້າທີ່ຜ່ານມາ ເຫັນວ່າຍັງມີຄວາມສະຫງົບດີ ປະຊາຊົນ ແມ່ນເປັນເຈົ້າການຮ່ວມກັນໃນການຮັກສາຄວາມສະຫງົບ ແລະ ປະຕິບັດຕາມແຈ້ງການຕ່າງໆຢ່າງເຂັ້ມງວດ ສະແດງອອກໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງກຳລັງປ້ອງກັນເຄື່ອນທີ່ໃນຂົງເຂດຄວາມຮັບຜິດຊອບ (ນັບແຕ່ວັນທີ 12 ຫາ ວັນທີ 15 ເມສາ 2024 ເວລາ 15:00) ແມ່ນບໍ່ມີກໍລະນີເຫດການ ເກີດຂຶ້ນ. ນອກນັ້ນ, ກຳລັງປ້ອງກັນເຄື່ອນທີ່ ຍັງມີການປະຈຳການກຽມພ້ອມ ຕະ ຫຼອດ 24 ຊົ່ວໂມງ.
ພາບ-ຂ່າວ: ບຸນເຫຼືອ




