ໃນວັນທີ 6 ພະຈິກ 2024 ນີ້, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຊຽງຂວາງ ໄດ້ຈັດກອງປະຊຸມເພື່ອປຶກສາຫາລື ກະກຽມຄວາມພ້ອມ ແລະ ແບ່ງຄວາມຮັບຜິດຊອບໃຫ້ກັບບັນດາອະນຸກໍາມະການດ້ານຕ່າງໆ ເປັນຕົ້ນ ການກໍານົດວັນເວລາ, ສະຖານທີ່, ໂລໂກຂອງງານ, ຄໍາຂວັນຂອງງານ ແລະ ກິດຈະກໍາປີ່ນອ້ອມຕ່າງໆ ໃນການຈັດງານເທສະການບຸນເຂົ້າໄກ່ນ້ອຍ ແລະ ສະເຫລີມສະຫລອງປີທ່ອງ ທ່ຽວລາວ 2024 ໂດຍການເປັນປະທານຂອງ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ.
ໂອກາດດັ່ງກ່າວ, ທ່ານ ຄອນສະໝຸດ ບຸນແພງພັນ ຫົວໜ້າພະແນກ ຖວທ ແຂວງ, ຮອງປະ ທານຈັດງານ ໃຫ້ຮູ້ວ່າ: ງານໃນຄັ້ງນີ້, ຈະຈັດທັງໝົດ 9 ກິດຈະກຳ ຄື: ແຕ່ງກອງເຂົ້າຈໍາລອງ 3 ກອງ ແລະ ຮູບພາບມໍລະດົກໂລກໄຫຫີນ 11 ແຫ່ງ, ພິທີທາງສາສະ ໜາ (ສູ່ຂວັນເຂົ້າ), ຈັດກິດຈະກໍາແຂ່ງຂັນປຸງແຕ່ງອາຫານ (ຊີມອາຫານ), ວາງສະແດງສິນຄ້າກະສິກໍາ, ຕະຫລາດນັດ (ກຸ່ມຜູ້ຜະ ລິດເຂົ້າໄກ່ນ້ອຍ ແລະ ກະສິກໍາອື່ນໆ), ຕະຫລາດນັດສິນຄ້າທົ່ວ ໄປ, ສະແດງສິລະປະ, ແຂ່ງຂັນຕີກອງຄູ່, ເວທີສົນທະນາລະຫວ່າງຜູ້ປະກອບການ, ຜູ້ຜະລິດສິນຄ້າກະສິກໍາ ແລະ ວິຊາການ, ປະ ກວດນາງສາວເຂົ້າໄກ່ນ້ອຍ, ຈັດງານຄອນເສີດ ເຊິ່ງຈະກໍານົດເອົາ ວັນທີ 25-30 ພະຈິກ 2024 ຢູ່ເດີນຫໍພິພິທະພັນຂອງແຂວງ.
ຂ່າວ-ພາບ: ຄຸດ






