ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊຽງຂວາງ ທາບທາມຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1

Sep 12, 2025

ແຂວງຊຽງຂວາງ ທາບທາມບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ໃນວັນທີ 12 ກັນຍານີ້ ທີ່ຫ້ອງວ່າການແຂວງໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງ, ມີຜູ້ແທນສົມບູນເຂົ້າຮ່ວມ.
ທ່ານ ຄຳວຽນ ສີຫານາດ ກຳມະການພັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ກ່າວຈຸດປະສົງຂອງກອງປະຊຸມທາບທາມຄັ້ງນີ້, ໂດຍອີງຕາມກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI, 5 ປີໃດດຳເນີນກອງປະຊຸມໃຫຍ່ 1 ເທື່ອ, ເພື່ອປະຕິບັດຕາມວາລະດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ຕາມແຜນການດຳເນີນການທາບທາມບຸກຄະລາກອນ ເພື່ອສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII. ທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງໄດ້ຜ່ານຂໍ້ຕົກລົງຂອງກົມການເມືອງສູນກາງພັກ ເລກທີ 20/ກມສພ ລົງວັນທີ 26 ກັນຍາ 2024 ວ່າດ້ວຍມາດຄະຖານເງື່ອນໄຂຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ໄດ້ມີຄຳເຫັນຊີ້ນຳ ການປ່ອນບັດທາບທາມຮອບທີ 1. ຈາກນັ້ນ, ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດທາບທາມຮັບທີ 1 ຢ່າງເປັນທາງການ
May be an image of 8 people, dais and text May be an image of one or more people and text
ຂ່າວ: ບຸນມີ ແສງທຸມມີ