ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊຽງຂວາງ-ນະຄອນຈ້າວທົ້ງ ເປີດການພົວພັນຮ່ວມມື

Sep 23, 2024

ໃນລະຫວ່າງວັນທີ 18-22 ກັນຍາ 2024 ຜ່ານມາ, ຄະນະຜູ້ແທນແຂວງຊຽງຂວາງ ນຳໂດຍ ທ່ານ ໜໍບີຫາຕົ່ງປາວ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກວຽກງານການເມືອງແນວຄິດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປນະຄອນຈ້າວທົ້ງ ແຂວງຢຸນໜານ ສປ ຈີນ ເພື່ອລົງນາມສັນຍາວ່າດ້ວຍການສ້າງສາຍພົວພັນມິດຕະພາບ ລະຫວ່າງ ແຂວງຊຽງຂວາງ ສປປ ລາວ ກັບນະຄອນຈ້າວທົ້ງ ແຂວງຢຸນໜານ ສປ ຈີນ ຕາງໜ້າເຊັນໂດຍ ທ່ານ ຖາງຢວນ ຮອງເລຂາພັກນະຄອນຈ້າວທົ້ງ.
ເນື້ອໃນການລົງນາມຮ່ວມມືຄັ້ງນີ້, ສອງຝ່າຍເຫັນດີຊຸກຍູ້ ສົ່ງເສີມແລກປ່ຽນ ແລະ ຮ່ວມມືກັນຫລາຍຮູບແບບ ຫລາຍລະດັບໃນຂົງເຂດເສດຖະກິດ-ການຄ້າ, ວິທະຍາສາດເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ການພັດທະນາຊັບພະຍາກອນມະນຸດ, ບົນພື້ນຖານສາຍພົວພັນຄູ່ຍຸດທະສາດຮ່ວມມືຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຊຸກຍູ້ການພົວພັນຮ່ວມມືຂອງສອງທ້ອງຖິ່ນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດນີ້, ຄະນະຜູ້ແທນແຂວງຊຽງຂວາງ ຍັງໄດ້ໄປຢ້ຽມຢາມ ແລະ ຮ່ວມພິທີເປີດຊຸດອົບຮົມວິທະຍາໄລວິຊາຊີບຈ້າວທົ້ງ-ເຕັກນິກວິຊາຊີບແຂວງຊຽງຂວາງ, ຢ້ຽມຢາມໂຮງງານ ແລະ ສວນໝາກໂປ່ມ(ແອັບເປີ້ນ) ຂອງບໍລິສັດຊ້າວເຢ້ຍເຂດຈ້າວຢາງ, ໂຮງງານການປຸງແຕ່ງມັນຝຣັ່ງ, ຢ້ຽມຢາມໂຮງງານ ຂອງບໍລິສັດຢຸນອາລູມີນຽມຮາຍຊິນອາລູມີນຽມ ຈຳກັດ, ການຝຶກຊ້ອມກູ້ໄພທາງນ້ຳແຫ່ງຊາດ (ຈ້າວທົ້ງ), ບ້ານຢຸນຈິງມ້ຽວຈ່າຍ ເມືອງຢີຫລຽນ. ການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຈ້າງທົ້ງ ໃນຄັ້ງນີ້, ມີນັກທຸລະກິດ-ນັກລົງທຶນຈຳນວນໜຶ່ງຢູ່ນະຄອນຈ້າງທົ້ງ ສົນໃຈມາສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ແຂວງຊຽງຂວາງ ໃນຂົງເຂດກະສິກຳ ແລະ ອຸດສາຫະກຳ
ຂ່າວ: ບຸນມີ ແສງທຸມມີ