ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊ່ວງເຮືອປະເພນີທີ່ ນະຄອນ-ຫຼວງພະບາງ ປີນີ້ ມີສີພາຍ ແລະ ເຮືອຊ່ວງທັງພາຍໃນ ແລະ ຕ່າງແຂວງເຂົ້າຮ່ວມແຂ່ງຂັນ 22 ລໍາ

Aug 23, 2025

ໃນວັນທີ 23 ສິງຫາ ນີ້: ອົງການປົກຄອງນະຄອນ-ຫຼວງພະບາງ ໄດ້ຈັດງານຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດິນ ປະຈໍາປີ ພ.ສ 2568 ຄ.ສ 2025, ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍການນໍາພັກ-ລັດ ຂັ້ນສູນກາງ-ຂັ້ນແຂວງຫຼວງພະບາງ, ແຂກຮັບເຊີນ, ແຂກທັງພາຍໃນ ແລະ ຕ່າງປະເທດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ຊາວແຂວງຫຼວງພະບາງ ຮ່ວມຊົມ ຮ່ວມເຊຍ ຕາມແຄມຝັ່ງນ້ຳຄານ ຢ່າງຄຶກຄື້ນ-ມ່ວນຊື່ນ.
May be an image of 1 person and text
ໃນໂອກາດນີ້, ທ່ານ ສຳນານ ສົນທະນີ ເລຂາຄະນະບໍລິຫານງານພັກ ນະຄອນ-ຫຼວງພະບາງ ຮອງປະທານຈັດງານ ໄດ້ກ່າວເປີດພິທີຢ່າງເປັນທາງການວ່າ: ງານບຸນຫໍ່ເຂົ້າປະດັບດິນຊ່ວງເຮືອເດືອນເກົ້າ ທີ່ຍື່ງນ້ຳຄານ ເປັນບຸນສິລິມຸງຄຸນ ອັນຊົງຄຸນຄ່າທາງດ້ານປະຫວັດສາດ ແລະ ວັດທະນະທໍາຮີດຄອງປະເພນີຂອງຊາວນະຄອນ-ຫຼວງພະບາງ ຊຶ່ງໄດ້ສືບທອດກັນມາຕັ້ງແຕ່ບູຮານນະການ ຈົນເຖິງປັດຈຸບັນ. ພໍຮອດແຮມ 14 ຄໍ່າ ເດືອນເກົ້າລາວຂອງທຸກປີ ປະຊາຊົນບັນດາເຜົ່າ ຢູ່ບັນດາບ້ານໄດ້ນຳເອົາເຮືອຊ່ວງເຂົ້າມາຮ່ວມແຂ່ງຂັນຕາມຮີດຄອງ ເພື່ອເສີມຂະຫຍາຍຄວາມສາມັກຄີປອງດອງ ຂອງປະຊາຊົນລາວບັນດາເຜົ່າ ສະແດງໃຫ້ເຫັນດ້ານພາລະກຳລັງ, ການຢ້ຽມຢາມຖາມຂ່າວ ຕາມວິຖີຊີວິດຂອງຊາວຫຼວງພະບາງ ດັ່ງເດີມໂດຍແທ້ ພ້ອມທັງເປັນການຄອບໄຄວ່ ສິ່ງສັກສິດ ແລະ ບູຊາພະຍານາກ ໃຫ້ປົກປັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ສີວິໄລ ແລະ ຢູ່ເຢັນເປັນສຸກ. ສະເພາະປີນີ້, ມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ 22 ລໍາ, ມາຈາກບັນດາບ້ານພາຍໃນ ນະຄອນ-ຫຼວງພະບາງ, ມາຈາກພະແນກການຂອງແຂວງ, ທະນາຄານ-ບໍລິສັດ, ຫົວໜ່ວຍທຸລະກິດ, ມາຈາກເມືອງ ແລະ ແຂວງອ້ອມຂ້າງ. ທ່ານກ່າວຕື່ມວ່າ: ເພື່ອຮັບປະກັນໃຫ້ງານບຸນປີນີ້ ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ຮັບປະກັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ທັງຮັກສາໄດ້ມູນເຊື້ອທາງດ້ານວັດທະນະທໍາ-ຮີດຄອງປະເພນີ ອັນດີງາມທີ່ເປັນເອກະລັກສະເພາະຂອງຊາວນະຄອນ-ຫຼວງພະບາງ ຂໍຮຽກຮ້ອງໃຫ້ຄະນະກໍາມະການຈັດການແຂ່ງຂັນ, ຄະນະຮັບຜິດຊອບ-ສີພາຍເຮືອຊ່ວງ ຕະຫຼອດເຖິງນັກສີພາຍ ຈົ່ງເຊີດຊູນໍ້າໃຈເຄົາລົບ ແລະ ປະຕິບັດຕາມກະຕິກາການແຂ່ງຂັນຢ່າງເຂັ້ມງວດ, ການແຂ່ງຂັນຈະຊະນະ ຫຼື ເສຍ ບໍ່ໃຫ້ຖືເປັນບັນຫາສໍາຄັນ ສິ່ງສຳຄັນທີ່ສຸດແມ່ນຄວາມສາມັກຄີ ພ້ອມກັນອະນຸລັກຮັກສາ, ຮີດຄອງປະເພນີ-ສົ່ງເສີມມູນເຊື້ອອັນດີງາມ ທີ່ດັ່ງເດີມ ແລະ ໂດດເດັ່ນຂອງຊາວຫຼວງພະບາງ, ທັງມີເນື້ອໃນ, ມີບັນຍາກາດຄວາມເບີກບານມ່ວນຊື່ນ ແລະ ມີສຸຂະພາບທີ່ແຂງແຮງ.
May be an image of the Panama Canal