ລະຫວ່າງວັນທີ 10–19 ພະຈິກ 2025 ໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນຢູ່ ສປປ ລາວ (DSTIA) ໄດ້ຈັດຝຶກອົບຮົມ ກ່ຽວກັບຜົນກະທົບຈາກການຂຸດຄົ້ນບໍ່ແຮ່ ຕໍ່ຄວາມປອດໄພຂອງເຂື່ອນ, ຄວາມບໍ່ສະຖຽນຂອງຄວາມຄ້ອຍຊັນ ແລະ ຄວາມເປັນໄປໄດ້ໃນການເກີດຄື້ນນໍ້າກະທັນຫັນ ຊຶ່ງນຳໂດຍ ດຣ. Thierry Bussard, ຊ່ຽວຊານດ້ານທໍລະນີສາດ ກ່ຽວກັບຄວາມປອດໄພຂອງເຂື່ອນ ຂອງໂຄງການ (DSTIA).
ພະນັກງານ DoE ແລະ EDL-GEN ໄດ້ຮຽນຮູ້ຈາກການລົງພື້ນທີ່ຕົວຈິງຢູ່ເຂື່ອນນໍ້າງື່ມ 1, ນໍ້າໄຜ່, ນໍ້າເທີນ 1 ແລະ ນໍ້າງຽບ 1, ໄດ້ປະເມີນດິນເຈື່ອນ, ຄວາມສ່ຽງທາງທໍລະນີສາດ ແລະ ຜົນກະທົບຈາກການຂຸດຄົ້ນບໍ່ແຮ່ຢູ່ໃກ້ເຂື່ອນ ເພື່ອເສີມສ້າງຄວາມສາມາດດ້ານການລະບຸຄວາມອັນຕະລາຍ ແລະ ແນະນໍາມາດຕະການດ້ານ ຄວາມປອດໄພຂອງເຂື່ອນ.

ການອົບຮົມຄັ້ງນີ້, ເປັນການເສີມສ້າງທັກສະ ແລະ ຄວາມສາມາດ ເພື່ອການຄຸ້ມຄອງເຂື່ອນຢ່າງປອດໄພ ແລະ ຍືນຍົງຢູ່ໃນ ສປປ ລາວ.
ໂຄງການ DSTIA ຈັດຕັ້ງປະຕິບັດໂດຍອົງການເຮວວີຕັດ ປະຈໍາລາວ ຮ່ວມກັບ ກົມພະລັງງານ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍການສະໜັບສະໜູນຈາກ ອົງການເພື່ອການພັດທະນາ ແລະ ການຮ່ວມມື ຂອງປະເທດສະວິດ(SDC).






