ວັນທີ 14 ພະຈິກ 2024, ຄະນະຊ່ຽວຊານແພດໝໍເຫລົ່າຮົບເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ເດີນທາງຮອດສະຖານີລົດໄຟນະຄອນຫລວງວຽງຈັນ ເພື່ອເຂົ້າຮ່ວມການຝຶກຊ້ອມຮ່ວມກອງທັບ ລາວ-ຈີນ ພາຍໃຕ້ລະຫັດ: ຂະບວນລົດໄຟສັນຕິພາບ 2024 ເພື່ອຊ່ວຍເຫລືອມະນຸດສະທຳ ແລະ ການບໍລິການດ້ານການແພດຂອງສອງກອງທັບ ລາວ-ຈີນ.
ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພັນເອກ ພິເສດ ເຈົ້າສົງ ຮອງຫົວໜ້າກົມເສນາຮັກ ກົມຮັບປະກັນພະລາທິການສູນກາງ ກອງທັບປົດປ່ອຍປະຊາຊົນຈີນ, ພ້ອມດ້ວຍຄະນະ ແລະ ບັນດາກົມວິຊາສະເພາະ, ຫ້ອງການ, ພະນັກງານ, ວິຊາການ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບທີ່ດີ ເຊິ່ງສະແດງເຖິງມູນເຊື້ອຄວາມສາມັກຄີຮັກແພງ ລະຫວ່າງ ສອງຊາດ, ສອງພັກ ແລະ ສອງກອງທັບ ກໍຄື ສອງເຫລົ່າຮົບເສນາຮັກກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ການຝຶກຊ້ອມຮ່ວມກອງທັບ ລາວ-ຈີນ, ຂະບວນລົດໄຟສັນຕິພາບ 2024 ເພື່ອຊ່ວຍເຫລືອມະນຸດສະທຳ ແລະ ການບໍລິການດ້ານການແພດ ເປັນການຮ່ວມມືດ້ານການທະຫານ, ລົງເລິກຂະຫຍາຍການຮ່ວມມືທາງດ້ານສາທາລະນະສຸກ ລະຫວ່າງ ສອງກອງທັບລາວ-ຈີນ ໃຫ້ປະກົດຜົນເປັນຈິງ, ຍົກລະດັບຄວາມສາມາດ ໃນການຮ່ວມກັນບັນຊາວຽກງານເສນາຮັກ-ພະລາທິການ ແລະ ຮ່ວມກອບກູ້ຊ່ວຍເຫລືອ ລະຫວ່າງສອງກອງທັບໃຫ້ສູງຂຶ້ນ ແລະ ເພື່ອສ້າງເປັນແບບແຜນສະເພາະໃຫ້ແກ່ການແລກປ່ຽນຮ່ວມມືດ້ານການແພດການທະຫານ ລະຫວ່າງສອງຝ່າຍ, ທັງເປັນການສືບຕໍ່ເສີມຂະຫຍາຍ ໄມຕິຈິດມິດຕະພາບອັນເປັນມູນເຊື້ອຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໄປ, ຊຸກຍູ້ການພົວພັນມິດຕະພາບຂອງສອງປະເທດ, ສອງກອງທັບ ໃຫ້ປະກົດຜົນເປັນຈິງ.
ການຝຶກຊ້ອມດັ່ງກ່າວ ຈະຈັດຂຶ້ນຢູ່ສະຖານີລົດໄຟ ເມືອງໂພນໂຮງ ແຂວງວຽງຈັນ ແລະ ບໍລິເວນອ້ອມຂ້າງ, ສ່ວນການບໍລິການດ້ານການແພດ ແມ່ນຈັດຢູ່ໂຮງໝໍສູນກາງ 103 ກອງທັບ ນະຄອນຫລວງວຽງຈັນ, ໂຮງໝໍບໍລິເວນ 107 ກອງທັບ ແຂວງຫລວງພະບາງ ແລະ ໂຮງໝໍທະຫານແຂວງຫລວງນໍ້າທາ, ເລີ່ມແຕ່ວັນທີ 16-21 ພະຈິກ 2024.
ຂ່າວ: ຄຳໄຕ ຈັນນະຄອນ






