ຍທຂ ທາບທາມບຸກຄະລາກອນ ຮອບທີ II ເພື່ອກຽມໃຫ້ແກ່ກອງປະຊຸມໃຫຍ່ ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກະຊວງ.
ກອງປະຊຸມ ທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI (ຮອບທີ 2)

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI (ຮອບທີ 2), ທີ່ສູນປະຊຸມ ICTC. ໂດຍການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ, ມີບັນດາສະຫາຍ ຄະນະປະຈໍາພັກກະຊວງ, ກໍາມະການພັກກະຊວງ ຍທຂ, ຄະນະໜ່ວຍພັກຮາກຖານ ແລະ ບັນດາຜູ້ແທນສົມບູນ ແລະ ສຳຮອງ ອ້ອມຂ້າງກະຊວງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກ ກະຊວງ ຍທຂ ສະໄໝທີ V; ຮ່າງແຜນພັດທະນາຂະແໜງການ ຍທຂ ແລະ ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ V, ພ້ອມທັງປະກອບຄໍາເຫັນໃສ່ເນື້ອໃນ 3 ເອກະສານ; ຜ່ານມາດຕະຖານຄະນະບໍລິຫານງານພັກກະຊວງ ແລະ ມາດຕະຖານຄະນະປະຈຳ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານຄະນະກວດກາພັກກະຊວງ. ຈາກນັ້ນ, ຜູ້ແທນກອງປະຊຸມກໍ່ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI (ຮອບທີ 2).
ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ ໄດ້ກ່າວບາງຕອນວ່າ: ປັດຈຸບັນອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ປະກອບມີ: 19 ໜ່ວຍພັກຮາກຖານ, ມີຈຳນວນສະມາຊິກພັກທັງໝົດ 741 ສະຫາຍ, ຍິງ 205 ສະຫາຍ, ສຳຮອງ 65 ສະຫາຍ, ຍິງ 26 ສະຫາຍ; ຄະນະບໍລິຫານງານພັກກະຊວງ ທັງໝົດ 12 ສະຫາຍ, ຄະນະປະຈຳພັກກະຊວງ 04 ສະຫາຍ, ແລະ ມີຄະນະໜ່ວຍພັກຮາກຖານ ຈຳນວນ 73 ສະຫາຍ, ຍິງ 15 ສະຫາຍ.
ຜ່ານການນໍາພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ V ໃນໄລຍະ 5 ປີ (2021-2025)ໃນວຽກງານວິຊາສະເພາະດ້ານຕ່າງໆເຊັ່ນ: ວຽກງານຂົວທາງ, ວຽກງານຂົນສົ່ງ, ວຽກງານທາງນໍ້າ, ວຽກທາງລົດໄຟ, ວຽກການບິນພົນລະເຮືອນ, ວຽກເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ, ນຳພາລັດວິສາຫະກິດ, ວຽກງານ 3 ສ້າງ, ວຽກຄຸ້ມຄອງລັດ, ອົງການການຈັດຕັ້ງມະຫາຊົນ, ວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ວຽກພົວພັນຮ່ວມມືກັບຕ່າງປະເທດ ແລະ ວຽກກວດກາເປັນຕົ້ນ.






