ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍທຂ ບໍ່ແກ້ວ ເລັ່ງສ້ອມແປງທາງເປ່ເພ ແລະ ດິນຍຸບເຂດແຄມຂອງ

Sep 26, 2024

(25.9.24) ສື່ມວນຊົນ ແຂວງບໍ່ແກ້ວ ລາຍງານວ່າ: ຂະແຫນງຂົວທາງ, ພະແນກໂຍທາທິການແລະ ຂົນສົ່ງ ແຂວງບໍ່ແກ້ວ ໄດ້ເອົາໃຈໃສ່ເລັ່ງສ້ອມແປງເສັ້ນທາງບ່ອນທີ່ເປ່ເພ ດິນຍຸບລົງ ເນື່ອງ ຈາກມີຝົນຕົກຫນັກຜ່ານມາ ຢູ່ບ້ານໃຫຍ່ ຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ເພື່ອອຳນວຍຄວາມສະດວກ ໃນການສັນຈອນໄປມາ ຕາມເສັ້ນທາງແຄມແມ່ນໍ້າຂອງ.
ແຕ່ການສ້ອມແປງແມ່ນພົບຄວາມຫຍຸ້ງຍາກຫລາຍ ຈິ່ງຂໍຄວາມຮ່ວມມືກັບຜູ້ໃຊ້ລົດໃຊ້ຖະຫນົນ ຈົ່ງມີສະຕິແລະເພີ່ມຄວາມ ລະມັດລະວັງ ໃນການສັນຈອນໃຫ້ລາຍຂຶ້ນ, ຖ້າບໍ່ມີຄວາມຈໍາເປັນ ຂໍໃຫ້ນໍາໃຊ້ເສັ້ນທາງອື່ນຊົ່ວຄາວ ເພື່ອຄວາມສະດວກແລະຫລີກຫລ່ຽງການເກີດອຸປະຕິເຫດ, ຄາດວ່າການສ້ອມແປງແມ່ນຈະໃຫ້ສໍາເລັດກ່ອນບຸນອອກພັນສາທີ່ຈະມາເຖີງນີ້.