ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (ພັກ ປປ ລາວ) ຄົບຮອບ 70 ປີ ໃນວັນທີ 19 ມີນານີ້ ໂດຍການໃຫ້ກຽດປາຖະກະຖາຂອງ ສະຫາຍ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ມີ ສະຫາຍ ງາມປະສົງ ເມືອງມະນີ ຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີຮອງລັດຖະມົນຕີ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.
ສະຫາຍ ທອງລອຍ ສິລິວົງ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ພັກ ປປ ລາວ ຕະຫຼອດໄລຍະ 70 ປີຜ່ານມາ ກໍຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ແລະ ບັນດາຜົນງານອັນໃຫຍ່ຫຼວງໃນການຊີ້ນຳ-ນຳພາທີ່ສະຫຼາດສ່ອງໃສຂອງພັກ ໃນຂະບວນການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ຈົນສາມາດຍາດເອົາໄຊຊະນະຢ່າງສົມບູນໃນປີ 1975, ສຳເລັດການປະຕິ ວັດຊາດ ປະຊາທິປະໄຕ ແລະ ການນຳພາຂອງພັກໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຜ່ານມາ ອັນໄດ້ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ບົດບາດຂອງພັກ-ລັດ ສປປ ລາວ ໄດ້ຮັບການເຊີດຊູນັບມື້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ການປາຖະກະຖາຄັ້ງນີ້ ເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ໂດຍພາຍໃຕ້ການນໍາພາ-ຊີ້ນໍາຂອງ ພັກ ປປ ລາວ ຕະຫຼອດໄລຍະ 70 ປີ, ເພື່ອໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ພະນັກ ງານ-ລັດຖະກອນ, ກຳມະກອນທົ່ວກະຊວງ ຍທຂ ເຂົ້າໃຈກ່ຽວກັບປະຫວັດມູນເຊື້ອການນໍາພາຂອງພັກເຮົາ, ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ, ສ້າງຄວາມຮັບຮູ້ທາງດ້ານແນວຄິດ ແລະ ການກະທຳ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ອາດຈະເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນຂອງສະມາຊິກພັກ-ພະນັກງານລັດຖະກອນ ແລະ ກຳມະກອນທົ່ວກະຊວງ ຍທຂ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມ ຄອງຂອງລັດ, ພ້ອມກັນຜັນຂະຫຍາຍມູນເຊື້ອຂອງພັກເຂົ້າໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນຂອງຂະແໜງການ ຍທຂ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້. ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ຂອງພັກເຮົາເຂົ້າໃນການນໍາພາ-ຊີ້ນຳຈັດຕັ້ງປະຕິບັດ ພາລະກິດປ່ຽນແປງໃໝ່ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ສຳເລັດຜົນ.





