ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືວຽກງານທີ່ຕິດພັນກັບຂະແໜງໂຍທາທິການ ແລະ ຂົນສົ່ງ ລະຫວ່າງກະຊວງ ຍທຂ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 23 ສິງຫາ 2025 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງ, ຫົວໜ້າກົມ, ຮອງກົມ ຫົວໜ້າພະແນກຮອງພະແນກ ແລະ ຂະແໜງການທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ສໍາລັບຂອບເຂດຂອງການຮ່ວມມືທັງສອງຝ່າຍຕົກລົງເຫັນດີຮ່ວມມືກັນຄື: ວຽກຂົວທາງກໍ່ສ້າງ ບຸລະນະຮັກສາ ແລະ ສ້ອມແປງທາງພາຍໃນນະຄອນຫຼວງວຽງຈັນ ວຽກເຄຫາ ແລະ ຜັງເມືອງ, ການປັບປຸງ ແລະ ພັດທະນາແຜນຜັງລວມ, ແຜນຜັງລະອຽດໃນແຕ່ລະໄລຍະ ຕາມເງື່ອນໄຂການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັ. ວຽກຄຸ້ມຄອງ ແລະ ຈັດການສິ່ງເສດເຫຼືອ (ຂີ້ເຫຍື້ອ): ຄົ້ນ ຄວ້າປັບປຸງ ລະບົບລະບາຍນໍ້າພາຍໃນຕົວເມືອງ ທັງສະເພາະໜ້າ ແລະ ຍາວນານ, ວຽກປັບປຸງສິ່ງແວດ ລ້ອມຕົວເມືອງ. ວຽກຂົນສົ່ງ : ລະບົບການຂົນສົ່ງໂດຍສານໃນຕົວເມືອງ ແລະ ການຂົນສົ່ງສາທາລະນະ ລວມທັງການແກ້ໄຂບັນຫາລະບົບໄຟອຳນາດ ພາຍໃນຕົວເມືອງນະຄອນຫຼວງວຽງຈັນ ວຽກງານໂລຊິດສະຕິກ ການຂົນສົ່ງສິນຄ້າ ວຽກຄຸ້ມຄອງພາຫະນະ ແລະ ການຂັບຂີ່ ວຽກນໍ້ຳປະປາ ແລະ ບຳບັດນ້ຳເປື້ອນ ຄົ້ນຄວ້າສ້າງແຜນແມ່ບົດຮ່ວມກັນໃນການພັດທະນາ ແລະ ສະໜອງນໍ້າປະປາໃຫ້ພຽງພໍກັບການຊົມໃຊ້ຂອງປະຊາຊົນ ກຳນົດເປັນທິດທາງໃນການແກ້ໄຂທັງສະເພາະໜ້າ ແລະ ຍາວນານ ຮ່ວມກັນຄົ້ນຄວ້າຮັກສາແຫຼ່ງນໍ້າດິບທີ່ມີ ເພື່ອໃຫ້ຍືນຍົງ ແລະ ສະຫງວນຕອນດິນໄວ້ເພື່ອຂະຫຍາຍລະບົບໂຮງງານນໍ້າປະປາໃນອະນາຄົດ ຄົ້ນຄວ້າສ້າງລະບົບຄຸ້ມຄອງນໍ້າເປື້ອນໃນຕົວເມືອງໄປຄຽງຄູ່ກັບການສ້າງລະບົບລະ ບາຍນໍ້າໃນຕົວເມືອງ. ວຽກທາງນໍ້າ: ການປ້ອງກັນຕາຝັ່ງເຈື່ອນລຽບຕາມແມ່ນໍ້າຂອງ, ນໍ້າສາຂາ ແລະ ດອນ ລວມທັງການປ້ອງກັນນໍ້າ ການແກ້ໄຂບັນຫາການຊຸດຄົ້ນຫີນແຮ່ຊາຍ ແລະ ບັນຫາທີ່ຕິດພັນກັບການຂຸດຄົ້ນແຮ່ຄຳຕົກຂ້ອນ ການແບ່ງຂັ້ນຄຸ້ມຄອງໃນການອອກອະນຸຍາດການດຳເນີນທຸລະກິດ ໃນຂະແໜງໂຍທາທິການ ແລະ ຂົນສົ່ງ, ວຽກງານສ້າງຂີດຄວາມສາມາດດ້ານບຸກຄະລະກອນ ໃຫ້ແກ່ຂະແໜງ ຍທຂ ຢູ່ ນະຄອນຫຼວງວຽງຈັນ.





