ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍອດ​ຈຳ​ນວນ​ການ​ຂົນ​ຖ່າຍ​ລົດ​ຍົນ​ຜ່ານ​ທ່າ​ກຳ​ປັ່ນ​ຊຽງ​ໄຮ້​ ຂຶ້ນ​ເປັນ​ອັນ​ດັບ 1 ​ຂອງໂລກ

Mar 12, 2025

ດ່ານ​ຊຽງ​ໄຮ້​ຈີນ​ ແຈ້ງ​ໃຫ້​ຮູ້​ວ່າ: ປີ 2024, ຍອດ​ຈຳ​ນວນ​ການ​ຂົນ​ຖ່າຍ​ລົດ​ຍົນ​ຜ່ານ​ທ່າ​ກຳ​ປັ່ນ​ຊຽງ​ໄຮ້ ​ບັນ​ລຸ​ເຖິງ 3.630.000 ຄັນ​, ເພີ່ມ​ຂຶ້ນ 15% ເມື່ອ​ທຽບ​ໃສ່​ປີ 2023, ​ຂຶ້ນ​ເປັນ​ອັນ​ດັບ 1 ຂອງໂລກ​ເປັນ​ຄັ້ງ​ທຳ​ອິດ, ໃນ​ນັ້ນ, ຍອດ​ຈຳ​ນວນ​​ການ​ຂົນ​ຖ່າ​ຍ​ລົດ​ຍົນ​ທີ່​ສົ່ງ​ອອກ​​ນັ້ນກວມ​ເອົາ 60%.
ຊຸມ​ປີ​ມໍ່ໆ​ມາ​ນີ້, ດ່ານ​​ຊຽງ​ໄຮ້​ໄດ້​ສຸ​ມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ດ່ານ​ອັດ​ສະ​ລິ​ຍະ. ​ດ້ວຍ​ທ່າ​ແຮງ​ໄດ້​ປຽບ​ຢ່າງ​ຮອບ​ດ້ານ ຄື:​ ​ນະ​ໂຍ​ບາຍ, ພູ​ມ​ສັນ​ຖານ ແລະ​ເສັ້ນ​ທາງ​ເດີນ​ເຮືອຫຼາຍ​ເປັນ​ຕົ້ນ, ດ່ານ​ຊ​ຽງ​ໄຮ້​ໄດ້​ກາຍ​ເປັນ​ດ່ານ​ນຳ​ເຂົ້າ-ສົ່ງ​ອອກ​ລົດ​ຍົນ​ສຳ​ເລັດ​ຮູບທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ ແລະ ​ພວມ​ດຶງ​ດູດ​ວິ​ສາ​ຫະ​ກິດ​ລົດ​ຍົນຫຼາຍ​ຂຶ້ນກວ່າ​ເກົ່າ ​ເພື່ອ​​ມາລົງ​ທຶນນຳ​ເຂົ້າ-ສົ່ງ​ອອກ​ລົດ​ຍົນ​ຜ່ານ​ດ່ານ​ຂອງ​ຕົນ.
ທີ່ມາ: CMG
May be an image of car and road