ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍອດບໍລິຈາກ ແລ່ນເພື່ອການກຸສົນ ເພື່ອເດັກນ້ອຍ ຄັ້ງທີ 10 ຮອດເວລາ 18:10 ຂອງວັນທີ 22 ຕຸລາ 2024 ເງິນກີບ 252 ລ້ານກວ່າກີບ!

Oct 23, 2024

ກິດຈະກຳແລ່ນເພື່ອການກຸສົນ ເພື່ອເດັກນ້ອຍ ຄັ້ງທີ 10 ໄລຍະທາງ 385 ກິໂລແມັດ ແຕ່ນະຄອນຫລວງວຽງຈັນ ຫາ ແຂວງຫລວງພະບາງ ວັນທີ 23 ຕຸລານີ້ ເປັນມື້ທີ 3 ໃນການສືບຕໍ່ແລ່ນຈາກມື້ທຳອິດ 21 ຕຸລາ, ຈຸດໝາຍປາຍທາງຂອງມື້ນີ້ ສືບຕໍ່ແລ່ນຈາກເມືອງວັງວຽງ ໄປຫາ ເມືອງກາສີ.
ສຳລັບຍອດບໍລິຈາກ ຮອດເວລາ 18:10 ຂອງວັນທີ 22 ຕຸລາ 2024 ເງິນກີບ 252,627,000 ກີບ, ເງິນບາດໄທ 3,460 ບາດ, ເງິນໂດລາສະຫະລັດ 804 ໂດລາ.
ສ່ວນ ມື້ທີ 4 ວັນທີ 24 ຕຸລາ ຈະສືບຕໍ່ແລ່ນຈາກກາສີ ໄປນາເມືອງ ແລະ ມື້ທີ 5 ມື້ສຸດທ້າຍ ຈາກນາເມືອງໄປຈຸດໝາຍປາຍທາງແຂວງຫລວງພະບາງ.
ກິດຈະກຳແລ່ນຄັ້ງນີ້ ເພື່ອລະດົມທຶນເຂົ້າກອງທຶນຂອງໂຮງໝໍເພື່ອນລາວ ສຳລັບເດັກນ້ອຍທີ່ ນະຄອນຫລວງພະບາງ ເຊິ່ງເປັນໂຮງໝໍທີ່ໃຫ້ການປິ່ນປົວເດັກນ້ອຍ ໃນແຂວງຫລວງພະບາງ ແລະ ບັນດາແຂວງພາກເໜືອຂອງລາວ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ ແລະ ຈະນຳໄປປະກອບສ່ວນຊ່ວຍເຫລືອບັນດາແຂວງພາກເໜືອທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ.
Photo: Team We Run