ວັນທີ 25 ມີນາ 2025, ທ່ານ ຄໍາປຽນ ມະນີຄໍາ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ (ພບ) ແຂວງຄຳມ່ວນ ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງ, ລວມເຖິງທີມງານວິຊາການພາກສະໜາມ ບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈໍາກັດ ໄດ້ເຄື່ອນືໄຫວກວດກາຄວາມຄືບໜ້າຂອງການສຳຫຼວດຫາສາເຫດ ແລະ ການປົວແປງຄືນບໍລິເວນທີ່ເກີດດິນຍຸບຢູ່ເຂດບ້ານປາກເປັ່ງ, ເມືອງທ່າແຂກ, ແຂວງຄຳມວນ
ຜ່ານການລົງກວດກາເຫັນວ່າ ບໍລິສັດໄດ້ປັບປຸງຖົມດິນຄືນບໍລິເວນດິນຍຸບສຳເລັດແລ້ວ ແລະ ໄດ້ມອບໃຫ້ອົງການປົກຄອງບ້ານ ແລະ ບໍລິສັດ ເອົາໃຈໃສ່ຕິດຕາມກວດກາຢ່າງໃກ້ສິດ, ພ້ອມ ທັງລາຍງານເປັນແຕ່ລະໄລຍະ.
ສຳລັບຜົນການສຳຫຼວດຊອກຫາສາເຫດຂອງດິນຍຸບ ທີ່ທາງພາກລັດ ແລະ ບໍລິສັດເອກະລາດລົງສຳຫຼວດພາກສະໜາມຕົວຈິງນັ້ນ, ທາງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ຮ່ວມກັບບໍລິສັດ ກຳລັງສັງລວມຂໍ້ມູນເພື່ອສະ ຫຼຸບສາເຫດທີ່ພາໃຫ້ເກີດບັນຫາດິນຍຸບດັ່ງກ່າວ ແລະ ກະກຽມລາຍງານຜົນໃຫ້ແກ່ທຸກພາກສ່ວນຮັບຮູ້ໃນໄວໆ ນີ້.
ທີ່ມາ: khammouanenews




