ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງລະບົບນ້ຳລິນຢູ່ຄຸ້ມຕະຫຼາດວຽງງົວ ແລະ ແກ່ວກວ້າງ ບ້ານຊອງ, ເມືອງພູກູດ, ແຂວງຊຽງຂວາງ ມູນຄ່າ 67,900 ໂດລາສະຫະລັດ ຊຶ່ງເປັນອີກໜຶ່ງການຊ່ວຍເຫຼືອຂັ້ນຮາກຖານໂດຍອີງຕາມຄວາມຕ້ອງການ ແລະ ລາຍລະອຽດສະເພາະຂອງທ້ອງຖິ່ນເປົ້າໝາຍທີ່ມີຄວາມຈຳ ເປັນໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.
ພິທີເຊັນສັນຍາຊ່ວຍເຫຼືອຈັດຂຶ້ນໃນວັນທີ 25 ກຸມພານີ້ ທີ່ສະຖານເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ; ນະຄອນຫລວງວຽງຈັນ ໂດຍການລົງນາມ ລະຫວ່າງ ທ່ານ ຊຶໂຕມຸ ໂຄອິຊຶມິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ແລະ ທ່ານ ນາງ ຈັນດີ ນະວີໄຊ ຫົວໜ້າຫ້ອງການສາທາລະນະສຸກ ເມືອງພູກູດ.
ທ່ານ ຊຶໂຕມຸ ໂຄອິຊຶມິ ກ່າວວ່າ: ໂຄງການດັ່ງກ່າວ, ເປັນໂຄງການຊ່ວຍເຫຼືອເພື່ອເສີມສ້າງຄວາມໝັ້ນຄົງຂອງມະນຸດໃນຂັ້ນຮາກຖານ ທີ່ລັດຖະບານຍີ່ປຸ່ນຈັດຕັ້ງປະຕິ ບັດ; ການຊ່ວຍເຫຼືອຂັ້ນຮາກຖານ ແມ່ນແຕກຕ່າງຈາກການຊ່ວຍເຫຼືອອື່ນໆ ທີ່ລັດ ຖະບານຍີ່ປຸ່ນຈັດຕັ້ງປະຕິບັດ ຄືເປັນການສະໜອງທຶນຮອນທີ່ຈຳເປັນ ໃຫ້ແກ່ອົງ ການປົກຄອງທ້ອງຖິ່ນ ຫຼື ອົງການຈັດຕັ້ງທີ່ບໍ່ສັງກັດລັດ (ອົງການ NGO) ທີ່ຈະປະຕິບັດໂຄງການ ບໍ່ແມ່ນລັດຖະບານສູນກາງ. ເຖິງວ່າເປັນໂຄງການຂະໜາດນ້ອຍ ແຕ່ມີລັກສະນະເປັນການຊ່ວຍເຫຼືອອີງຕາມຄວາມຕ້ອງການ ແລະ ລາຍລະອຽດສະ ເພາະຂອງທ້ອງຖິ່ນເປົ້າໝາຍ ທີ່ມີຄວາມຈຳເປັນໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ພາຍຫຼັງທີ່ລະບົບນ້ຳລິນກໍ່ສ້າງສຳເລັດແລ້ວ, ປະຊາຊົນໃນ 2 ຄຸ້ມບ້ານຊອງຈະມີນ້ຳສະອາດ ໃຊ້ຕະຫຼອດປີ ແລະ ຍັງຊ່ວຍໃຫ້ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຊື້ນ້ຳດື່ມສະອາດໄດ້ເຊັ່ນກັນ.
ໃນໄລຍະຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນແກ່ແຂວງຊຽງຂວາງ ໃນໂຄງການຂັ້ນຮາກຖານເປັນມູນຄ່າຫຼາຍກວ່າ 2,800,000 ໂດລາສະຫະລັດ ໃນດ້ານສາທາລະນະສຸກ, ການສຶກສາ, ກະສິກຳ, ໂຄງລ່າງພື້ນຖານ, ລະບົບນ້ຳລິນ ແລະ ອື່ນໆ ເພື່ອຊຸກຍູ້ການພັດທະນາໃນທຸກຂົງເຂດຂອງແຂວງຊຽງຂວາງ.



