ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍີ່ປຸ່ນ ຊ່ວຍເຫຼືອເພື່ອຍົກລະດັບໂຮງຮຽນໃນແຂວງບໍ່ແກ້ວ

Oct 25, 2024

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອມູນຄ່າ 107,000 ໂດ ລາ ໃນການສະໜັບສະໜູນໂຄງການດ້ານການສຶກສາເພື່ອປັບ ປຸງສະພາບການຮໍ່າຮຽນ, ສິດສອນນັກຮຽນ ແລະ ຄູ-ອາຈານໃນແຂວງບໍ່ແກ້ວ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະ ນຸດຂັ້ນຮາກຖານ (GGP).
ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາ ຄານຮຽນໃໝ່ ແລະ ຫ້ອງນໍ້າ, ພ້ອມທັງ ສະໜອງອຸປະກອນເຄື່ອງ ໃຊ້ໃຫ້ແກ່ໂຮງຮຽນອະນຸບານ-ປະຖົມສົມບູນບ້ານຕູບ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບການສຶກສາຮໍ່າຮຽນຂອງໂຮງຮຽນດັ່ງກ່າວ.
ພິທີເຊັນສັນຍາຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 24 ຕຸ ລານີ້ ທີ່ສະຖານທູດຍີ່ປຸ່ນປະຈຳລາວ. ຮ່ວມລົງນາມຄັ້ງນີ້ ໂດຍທ່ານ ໄຄອິຊີມິ ຊໍໂຕມຸ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ສົມພິດ ຈັນທະວົງ ຫົວໜ້າຫ້ອງການສຶກສາທິ ການ ແລະ ກິລາເມືອງຫ້ວຍຊາຍ ມີ ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.​
ທ່ານ ໂຄອິຊີມີຊໍໂຕມຸ ກ່າວວ່າ: ໂຮງຮຽນດັ່ງກ່າວໃນປັດຈຸບັນແມ່ນຕັ້ງຢູ່ບ່ອນດິນຕໍ່າແຄມແມ່ນໍ້າຈຶ່ງມີຄວາມຈໍາເປັນໃນການເຄື່ອນຍ້າຍອາຄານຂຶ້ນທີ່ສູງເພື່ອປ້ອງກັນໄພນໍ້າຖ້ວມທີ່ຈະເກີດ ຂຶ້ນໃນອະນາຄົດ”, ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈໍາເປັນໃຫ້ແກ່ໂຄງການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະ ກິດ-ສັງ ຄົມ ຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ.
ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນໃຫ້ແກ່ແຂວງບໍ່ແກ້ວ ລວມເປັນມູນຄ່າຫຼາຍກວ່າ 1,000,000 ໂດລາ ໃນດ້ານການສຶກສາ, ໂຄງລ່າງພື້ນຖານ ແລະ ກະສິກຳນັບແຕ່ປີ 1992 ເປັນຕົ້ນມາ, ປະເທດຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ“ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.​
ຂ່າວ-ພາບ: ສຳນານ, ຫນັງສືພິມປະຊາຊົນ