ພິທີມອບຫຼຽນກຽດຕິຄຸນອາທິດອຸໄທ ດາວຄຳ ແລະ ດາວເງິນ (ຊັ້ນ 2) ເຊິ່ງເປັນໜຶ່ງໃນກຽດຕິຄຸນພົນລະເຮືອນທີ່ສູງທີ່ສຸດຂອງຍີ່ປຸ່ນ ໃຫ້ແກ່ ທ່ານ ພຸດ ສິມມາລາວົງ ລັດ ຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ທັງເປັນປະທານສະມາຄົມມິດຕະ ພາບລາວ-ຍີ່ປຸ່ນ ໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2024 ຢູ່ເຮືອນພັກທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃຫ້ກຽດມອບໂດຍທ່ານ ໂຄຣິຊິມິ ຊິໂຕມຸ ເອກອັກຄະຣາຊະທູດຍີ່ ປຸ່ນປະຈຳ ສປປ ລາວ.
ໃນພິທີ ທ່ານ ໂຄອິຊຶມີ ໄດ້ສະແດງຄວາມຍິນດີຕໍ່ກັບທ່ານ ພຸດ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ກັບການປະກອບສ່ວນໃນການເພີ່ມທະວີຮັດແໜ້ນສາຍພົວພັນ ລະຫວ່າງ ລາວ ແລະ ຍີ່ ປຸ່ນ ໂດຍສະເພາະ ໃນຂົງເຂດການສຶກສາ ແລະ ກີລາ ໃນເວລາທີ່ທ່ານດຳລົງຕຳແໜ່ງເປັນຮອງຄະນະບໍດີ ແລະ ເປັນຄະນະ ບໍດີຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ທ່ານໄດ້ອຸທິດຕົນໃນການສະໜັບສະໜູນນັກຄົ້ນຄວ້າຄົນຍີ່ປຸ່ນທີ່ຢູ່ໃນຄະນະ ທັງຍັງໄດ້ໃຫ້ການປຶກສາໃນການສຳຫຼວດ ແລະ ຄົ້ນຄວ້າຂອງເຂົາເຈົ້າ ທ່ານຍັງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງນັກຄົ້ນຄວ້າຄົນຍີ່ປຸ່ນ ທີ່ຄົ້ນຄວ້າກ່ຽວກັບປະເທດລາວ ແລະ ການແລກປ່ຽນທາງວິຊາການ ລະຫວ່າງ ລາວ ແລະ ຍີ່ປຸ່ນ ນັບແຕ່ປີ 2019 ຫາປີ 2021 ທ່ານ ພຸດ ໄດ້ດຳລົງຕຳແໜ່ງຮອງລັດຖະ ມົນຕີກະຊວງ ສສກ ແລະ ໄດ້ປັບປຸງຄຸນະພາບຂອງຄູອາຈານຜ່ານການຊ່ວຍ ເຫຼືອລ້າພາຍໃຕ້ “ໂຄງການປັບປຸງ ວິທະຍາໄລຄູ” ໂດຍປະສານງານຢ່າງໃກ້ຊິດກັບອົງ ການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ໄດ້ປັບປຸງປື້ມແບບຮຽນຄະນິດສາດ ຊັ້ນປະ ຖົມສຶກສາ ພາຍໃຕ້ “ໂຄງ ການປັບປຸງການຮຽນການສອນຄະນິດ ສາດ ຊັ້ນປະຖົມສຶກສາ” ຜ່ານການຮ່ວມມືທາງດ້ານວິຊາການ.
ນອກຈາກນັ້ນ ໃນຖານະລັດຖະມົນຕີກະຊວງ ສສກ ນັບແຕ່ປີ 2021 ຮອດປັດຈຸບັນ ທ່ານໄດ້ຮ່ວມກັບລັດຖະບານຍີ່ປຸ່ນ ແລະ ອົງການຈັດຕັ້ງສາກົນ ປະຕິບັດນະໂຍບາຍຕ່າງໆຢ່າງຕັ້ງໜ້າ ເພື່ອຟື້ນຟູໂອກາດທາງດ້ານການສຶກສາທີ່ສູນເສຍໄປຍ້ອນພະຍາດໂຄວິດ ເຊັ່ນການຈັດຕັ້ງລະບົບການຮຽນຮູ້ເສີມ ໂດຍນຳເອົາການຮຽນຮູ້ແບບດິຈິຕອລເຂົ້າມານຳໃຊ້ ທ່ານຍັງໄດ້ເຂົ້າຮ່ວມງານຕ່າງໆ ເພື່ອເຜີຍແຜ່ໝາກຜົນການຊ່ວຍເຫຼືອຂອງປະເທດຍີ່ ປຸ່ນ.
ພ້ອມກັນນັ້ນ ທ່ານຍັງໄດ້ປະກອບສ່ວນໃນການເຮັດໃຫ້ “ໂຄງ ການປັບປຸງສະໜາມກີລາເຈົ້າອະນຸວົງ” ທີ່ທ່ານໄດ້ຮຽກຮ້ອງນຳລັດຖະບານຍີ່ປຸ່ນ ຢ່າງຕໍ່ເນື່ອງ ມາແຕ່ປີ 2019 ຄາວທີ່ທ່ານຍັງເປັນຮອງລັດຖະ ມົນຕີກະຊວງ ສສກ ໄດ້ຮັບການຮັບຮອງໃນທີ່ ສຸດ ແລະ ໂຄງການນີ້ ຈະກາຍເປັນສັນຍະລັກແຫ່ງສາຍພົວ ພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດອີກດ້ວຍ ນອກ ນັ້ນ ໃນຖານະປະທານສະມາຄົມມິດ ຕະພາບລາວ-ຍີ່ປຸ່ນ ທ່ານຍັງໄດ້ຕ້ອນຮັບບັນດາການນຳລະດັບສູງຈາກຍີ່ປຸ່ນ ຢ່າງອົບອຸ່ນເປັນຈຳນວນຫຼາຍຄັ້ງ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງມີຄວາມໝາຍກັບບັນດາທ່ານດັ່ງກ່າວ ທ່ານຍັງເປັນອະດີດນັກສຶກສາລາວ ທີ່ຮຽນຈົບຈາກມະຫາວິທະຍາໄລ Tohoku ປະເທດຍີ່ປຸ່ນ ດ້ວຍທຶນການສຶກສາຂອງກະຊວງສຶກສາທິການ ວິທະຍາສາດ ກີລາ ແລະ ວັດທະນະທຳ ຂອງຍີ່ປຸ່ນ (MEXT) ແຕ່ປີ 1997-1999 ແລະ ໄດ້ຮັບປະລິນຍາໂທສາຂາປະຫວັດສາດອີກດ້ວຍ.
ນອກຈາກນີ້ ທ່ານຍັງໄດ້ໃຫ້ກຽດເຂົ້າຮ່ວມໃນງານລ້ຽງສົ່ງນັກ ສຶກສາລາວ ທີ່ຈະເດີນທາງໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ພາຍໃຕ້ທຶນການສຶກສາລັດຖະບານຍີ່ປຸ່ນ ແລະ ໃຫ້ຄຳໂອວາດປຸກຂວັນກຳລັງໃຈນັກສຶກສາແຕ່ລະຄົນ ທ່ານໄດ້ປະກອບສ່ວນຢ່າງໃຫຍ່ ຫຼວງໃນການສ້າງຄົນທີ່ມັກປະເທດຍີ່ປຸ່ນ ໃຫ້ກາຍເປັນຜູ້ສືບ ທອດຂອງທ່ານຕໍ່ໄປໃນອະນາຄົດ.
ຂ່າວ: ສີພອນ, ວຽງຈັນໃໝ່





