ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍີ່ປຸ່ນ ສົ່ງເສີມກະສິກອນສວນກາເຟ ຢູ່ 8 ບ້ານ ເມືອງໂພນໄຊ.

Feb 16, 2024

ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບອົງການອາຫານໂລກ ແຫ່ງສະຫະປະຊາຊາດ, ບໍລິສັດ ຊາກາໂນ ໂທຊຸ, ບໍລິສັດເອກະຊົນຂອງຍີ່ປຸ່ນທີ່ເຄື່ອນໄຫວຢູ່ ລາວ, ບໍລິສັດ ຊາຟຣອນ ກາເຟ ແລະ ບໍລິສັດ ກາເຟການຄ້າຂອງລາວ ໄດ້ນຳສະເໜີໂຄງການສ້າງການຄ້ຳປະກັນສະບຽງອາຫານໃຫ້ຊາວກະສິກອນ ແລະ ເຊື່ອມໂຍງທາງດ້ານເສດຖະກິດ ກັບຍີ່ປຸ່ນ (COFFEE-JAPAN) ໃນວັນທີ 15 ກຸມພາ 2024 ທີ່ແຂວງຫລວງພະບາງ ໂດຍໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ ປະມານ 1 ລ້ານໂດລາສະຫະລັດ.ໂຄງການນີ້ ແນໃສ່ການສົ່ງເສີມກະສິກອນສວນກາເຟ ຢູ່ 8 ບ້ານ ໃນເມືອງໂພນໄຊ ແລະ ເມືອງວຽງຄຳ ແຂວງຫລວງພະບາງ ໃນໄລຍະເວລາ 30 ເດືອນ, ພ້ອມທັງຊຸກຍູ້ຄວາມພະຍາຍາມໃນການຜະລິດ, ການຕະຫລາດ, ສົ່ງເສີມການເຂົ້າເຖິງ ແລະ ຄວາມເຂົ້າໃຈ ກ່ຽວກັບດ້ານໂພຊະນາການທີ່ຈໍາເປັນ ເຊິ່ງກາເຟທີ່ຜະລິດໄດ້ແມ່ນຈະສົ່ງອອກໄປຍັງຕະຫລາດຍີ່ປຸ່ນ.
ທ່ານ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ ໄດ້ກ່າວວ່າ: ກາເຟ ເປັນພືດທີ່ມີທ່າແຮງສູງ ໃນການສ້າງໂອກາດທາງເສດຖະກິດໃຫ້ປະຊາຊົນ. ແຕ່ກາເຟທີ່ມີຄຸນນະພາບສູງ ທີ່ອອກສູ່ຕະຫລາດສາກົນແມ່ນຍັງຂາດແຄນ ເນື່ອງຈາກກະສິກອນຢູ່ເຂດພາກເໜືອຂອງປະເທດລາວ ຍັງມີທັກສະທີ່ຈຳກັດ ໃນການປູກກາເຟຕາມຄວາມຮຽກຮ້ອງຕ້ອງການ ຂອງຕະຫລາດສາກົນ. ການສະໜັບສະໜູນຈາກປະເທດຍີ່ປຸ່ນ ແລະ ການຮ່ວມມືຂອງຫລາຍພາກສ່ວນໃນຄັ້ງນີ້ ຈະຊ່ວຍສ້າງລາຍຮັບໃຫ້ກະສິກອນສວນກາເຟ, ພ້ອມທັງຮັບປະກັນໃຫ້ເຂົາເຈົ້າໄດ້ຮຽນຮູ້ ກ່ຽວກັບໂພຊະນາການ ແລະ ເຂົ້າເຖິງອາຫານ ເພື່ອສຸຂະພາບຕື່ມອີກ.
ທ່ານ ເຄນິຈິ ໂກບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ກ່າວວ່າ: ໃນຫລາຍທົດສະວັດທີ່ຜ່ານມາ, ປະເທດຍີ່ປຸ່ນ ໄດ້ສືບຕໍ່ສະໜັບສະໜູນການພັດທະນາ ຂະແໜງກະສິກຳ ແລະ ປ່າ ໄມ້ຢູ່ ສປປ ລາວ ລວມທັງການຮ່ວມມືກັບ ອົງການອາຫານໂລກ. ການສະໜັບສະໜູນໂຄງການລິເລີ່ມຄັ້ງນີ້ ຈະເປັນການປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ປັບປຸງລາຍຮັບໃນຊົນນະບົດ, ພ້ອມທັງຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງໂພຊະນາການ ຢູ່ ສປປ ລາວ ກໍຄື ແຂວງຫລວງພະບາງ. ນອກນີ້, ການເລັ່ງໃສ່ສະໜອງການຝຶກອົບຮົມ ແລະ ພື້ນຖານໂຄງລ່າງ ໃຫ້ກະ ສິກອນສວນກາເຟ ຈະສ້າງຜົນປະໂຫຍດໃຫ້ບັນດາຊຸມຊົນທັງໝົດຂອງເຂົາເຈົ້າ ໂດຍມີເປົ້າໝາຍສູງສຸດນັ້ນຄື ການຊ່ວຍໃຫ້ພວກເຂົາມີຊີວິດການເປັນຢູ່ທີ່ດີຂຶ້ນ ເພື່ອວາງແຜນເພີ່ມປະລິມານກາເຟທີ່ຈະມີການສົ່ງອອກ ເພື່ອແນໃສ່ຕະຫລາດ ຮ້ານຂົ້ວກາເຟ ຂະໜາດນ້ອຍ ແລະ ກາງ ຢູ່ປະເທດຍີ່ປຸ່ນ.
ທ່ານມາກ ອານເດຣ ໂປຣສ ຜູ້ຕາງໜ້າຂອງອົງການອາຫານໂລກປະຈຳ ສປປ ລາວ ກ່າວວ່າ: ເປົ້າໝາຍຕົ້ນຕໍຂອງອົງການອາຫານໂລກ ແມ່ນເພື່ອໃຫ້ບັນດາຄອບຄົວເຂົ້າເຖິງອາຫານ ທີ່ມີຄວາມຫລາກຫລາຍ ແລະ ເໝາະສົມກັບຄວາມຕ້ອງການຂອງເຂົາເຈົ້າ. ການໃຫ້ຄວາມຮູ້ດ້ານໂພຊະນາການ ຈະສ້າງຄວາມຮັບຮູ້ໃນຊຸມຊົນ ກ່ຽວກັບຄວາມຕ້ອງການຂອງແຕ່ລະໄລຍະໃນຊີວິດ ແລະ ມີລາຍຮັບເພີ່ມຂຶ້ນຈາກການຜະລິດກາເຟ ເຮັດໃຫ້ກະສິກອນສວນກາເຟສາມາດຊື້ອາຫານ ທີ່ພວກເຂົາບໍ່ສາມາດຜະລິດໄດ້. COFFEE-JAPAN ແມ່ນການຮ່ວມມືທາງດ້ານນະວັດຕະກໍາ ລະຫວ່າງພາກລັດ-ເອກະຊົນ ດ້ວຍແນວ ທາງທີ່ມີຄວາມຍືນຍົງ ໂດຍຄຳນຶງເຖິງຊຸມຊົນເປັນໃຈກາງ ທັງປະສົມປະສານການຜະລິດກາເຟ ເພີ່ມລະດັບການສົ່ງອອກ, ການສ້າງຄວາມອາດສາມາດ ແລະ ການປູກຈິດສໍານຶກດ້ານໂພຊະນາການ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ຊຸກຍູ້ການປ່ຽນແປງໃນທາງບວກ.
May be an image of 4 people
May be an image of 1 person and child
May be an image of 15 people
May be an image of 2 people, clarinet and oboe