ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍີ່ປຸ່ນ-ໄທ-ຫວຽດນາມ ຈັດເວທີປາໄສເຊື່ອມຕໍ່ການຄ້າ-ການທ່ອງທ່ຽວ

Mar 18, 2025

ຍີ່ປຸ່ນ-ໄທ-ຫວຽດນາມ ຈັດເວທີປາໄສເຊື່ອມຕໍ່ການຄ້າ-ການທ່ອງທ່ຽວ
ວິທະຍຸກະຈາຍສຽງຫວຽດນາມ: ມີວິສາຫະກິດກວ່າ 100 ແຫ່ງເຂົ້າຮ່ວມເວທີປາໄສ ໂດຍໄດ້ສະໜອງຂໍ້ມູນຂ່າວສານ ກ່ຽວ ກັບບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຢູ່ 3 ປະ ເທດ ຄື: ຫວຽດນາມ, ໄທ ແລະ ຍີ່ປຸ່ນ ເພື່ອສຸມໃສ່ບັນດາຂົງເຂດການທ່ອງທ່ຽວ, ໂລຈິສຕິກ(logistics), ຜະລິດ ແລະ ປຸງແຕ່ງອາຫານ, ເຕັກໂນໂລຊີ ແລະ ນະວັດຕະກຳ, ພະລັງງານທົດແທນ, ອຸດສາຫະກຳໜູນຊ່ວຍ ແລະ ເຄື່ອງອາໄຫລ່ ເອເລັກໂຕນິກ.
ຂົງເຂດດັ່ງກ່າວ ໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຊຸກຍູ້ການຮ່ວມມື ແລະ ຄວາມຜູກພັນ ລະຫວ່າງ 3 ພື້ນຖານ ເສດຖະ ກິດຫວຽດນາມ, ໄທ ແລະ ຍີ່ປຸ່ນ.
ໃນເວທີປາໄສ, ບັນດາວິສາຫະກິດ ໄທ ແລະ ຍີ່ປຸ່ນ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື 4 ສະບັບ ໃນບັນດາຂົງເຂດພັດທະນາຕາ ໜ່າງດຳເນີນທຸລະກິດລະຫວ່າງ ໄທ ແລະ ຍີ່ປຸ່ນ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ໄທ-ຍີ່ປຸ່ນ ແລະ ການຮ່ວມມືພັດທະນາ ການຄ້າ, ການສົ່ງອອກນຳເຂົ້າ ຍີ່ປຸ່ນ-ຫວຽດນາມ-ໄທ.