ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍຸດທະສາດການຄຸ້ມຄອງ ແລະ ນໍາໃຊ້ງົບປະມານການລົງທຶນຂອງລັດ ເພື່ອຟື້ນຟູໂຄງລ່າງພື້ນຖານຫຼັງຈາກໄພພິບັດທາງທຳມະຊາດຮອດປີ 2035

Oct 16, 2025

ກອງປະຊຸມນໍາສະເໜີ ແລະ ເຜີຍແຜ່ຍຸດທະສາດການຄຸ້ມຄອງ ແລະ ນໍາໃຊ້ງົບປະມານການລົງທຶນຂອງລັດ ເພື່ອຟື້ນຟູຄງລ່າງພື້ນຖານຫຼັງຈາກໄພພິບັດທາງທຳມະຊາດຮອດປີ 2035 ພາຍໃຕ້ ໂຄງການຄວບຄຸມຄວາມສ່ຽງໄພພິບັດທຳມະຊາດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ຈັດຂຶ້ນໃນວັນທີ 14 ຕຸລາ 2025 ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ ມີສ່ວນກ່ຽວຂ້ອງເຂົ້າຮ່ວມ.
May be an image of dais and text that says 'of the the V in'
ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ເພື່ອນໍາສະເໜີຫົວຂໍ້ ແລະ ເຜີຍແຜ່ຍຸດທະສາດ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ທຶນຈາກການລົງທຶນຂອງລັດເພື່ອຟື້ນຟູໂຄງລ່າງພື້ນຖານທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃຫ້ຄືນສູ່ປົກກະຕິ. ຍຸດທະສາດດັ່ງກ່າວແມ່ນເລີ່ມປະຕິບັດນັບແຕ່ນີ້ໄປຮອດປີ 2035, ພ້ອມນີ້ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດປີມ້ວນທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ນັບແຕ່ 2021-2025 ໂດຍໄດ້ເຊື່ອມສານວຽກງານສຳຄັນເຂົ່າໃນແຜນເປັນຕົ້ນ: ເປົ້າໝາຍການພັດທະນາແບບຍືນຍົງ, ເປົ້າໝາຍການເຕີບໂຕສີຂຽວ ແລະ ວຽກງານອື່ນໆ.
May be an image of one or more people and people studying May be an image of one or more people
ຮອງລັດຖະມົນຕີກະຊວງການເງິນມີຄໍາເຫັນຕື່ມວ່າ: ສຳຫຼັບຂະບວນການສ້າງຍຸດທະສາດກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ທຶນຈາກການລົງທຶນ ຂອງລັດເພື່ອຟື້ນຟູໂຄງລ່າງພື້ນຖານທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃຫ້ເຂົ້າສູ່ປົກກະຕິໃນ ໄລຍະຜ່ານມາໄດ້ເລີ່ມຈັດຕັ້ງມາແຕ່ປີ 2021 ໂດຍກະຊວງການເງິນໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງຍຸດທະສາດການຄຸ້ມຄອງ ແລະ ນໍາໃຊ້ງົບປະມານໃຫ້ເກີດຜົນປະໂຫຍດສູງສຸດສໍາຫຼັບການຟື້ນຟູ ແລະ ສ້ອມແປງຫຼັງຈາກເກີດໄພພິບັດ. ປີ 2022-2023 ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຢູ່ 3 ແຂວງເປົ້າໝາຍເພື່ອຄົ້ນຄ້ວາ ແລະ ປັບປຸງເນື້ອໃນຂອງຍຸດທະສາດໃຫ້ຄົບຖ້ວນ, ສອດຄ່ອງກັບບັນດານິຕິກຳຂອງຂະແໜງການກ່ຽວຂ້ອງ ແລະ ສືບຕໍ່ນໍາສະເໜີແຜນການນັບແຕ່ປີ 2024 ຜ່ານມາຈົນເຖິງປັດຈຸບັນ ເພື່ອໃຫ້ບັນດາຍຸດທະສາດໄດ້ຮັບການປັບປຸງດີຂຶ້ນ.
ໂດຍ: ນັກຂ່າວ ວສລ