ວັນທີ 6 ມີນາ 2025, ທ່ານ ສີຈິ້ນຜິງ ໄດ້ຢ້ຽມຢາມສະມາ ຊິກສະພາຈາກວົງການການສຶກສາ,ອົງການສຳພັນປະຊາທິປະໄຕຈີນ,ສະມາຄົມສົ່ງເສີມປະຊາທິປະໄຕຈີນ ທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ພ້ອມທັງໄດ້ຮ່ວມພົບປະປຶກສາຫາລືກັບເຂົາເຈົ້າ, ໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເຖິງຍຸດທະ ສາດສຳຄັນໜຶ່ງຄື: ຍຸດທະສາດແຫ່ງຊາດວ່າດ້ວຍການຫັນເປັນດິຈິຕອນດ້ານການສຶກສາ.
ທີ່ຈິງແລ້ວ, ໃນກອງປະຊຸມວຽກງານການສຶກສາທົ່ວປະເທດຈີນ 2022 ໄດ້ວາງແຜນວຽກສຳຄັນດ້ານການສຶກສາປະຈຳປີ ເຊິ່ງໄດ້ກຳນົດໃຫ້ປະຕິບັດແຜນດຳເນີນງານຍຸດທະສາດການຫັນເປັນດິຈີຕອນດ້ານການສຶກສາ.
ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລື ກັບສະມາຊິກສະ ພາປຶກສາການເມືອງປະຊາຊົນແຫ່ງຊາດຈີນເມື່ອວັນທີ 6 ມີນານີ້, ທ່ານ ສີຈິ້ນຜິງ ໄດ້ກ່າວຢ່າງຈະແຈ້ງວ່າ: ການຫັນເປັນດິຈີຕອນດ້ານການສຶກສາ ເປັນຈຸດບຸກທະລຸສຳຄັນຂອງຈີນ ໃນການບຸກເບີກຊ່ອງທາງການແຂ່ງຂັນອັນໃໝ່ ດ້ານການພັດທະນາການສຶກ ສາ ແລະສ້າງທ່າແຮງໃໝ່ດ້ານການພັດທະນາການສຶກສາ, ພ້ອມ ກັນນັ້ນ ເພິ່ນຍັງຮຽກຮ້ອງວ່າ: “ຊຸກຍູ້ການສຶກສາດິຈີຕອນຕື່ມອີກ ເພື່ອອຳນວຍສິ່ງຄ້ຳຊູທີ່ມີປະສິດທິຜົນໃຫ້ແກ່ການຮຽນແບບລາຍບຸກຄົນ, ການຮຽນຮູ້ຕະຫຼອດຊີວິດ, ເປີດກວ້າງອັດຕາການປົກຄຸມຂອງຊັບພະຍາກອນ ການສຶກສາທີ່ມີຄຸນນະພາບດີ ແລະການຫັນເປັນທັນສະໄໝດ້ານການສຶກສາ.”
ເຕັກນິກດິຈີຕອນຈະນຳເອົາການປ່ຽນແປງແບບໃດມາສູ່ຮູບ ແບບການສຶກສາແບບດັ້ງເດີມ?
ພາຍຫຼັງຍຸດທະສາດແຫ່ງຊາດວ່າດ້ວຍການຫັນເປັນດິຈີຕອນດ້ານການສຶກສາ ຖືກສະເໜີອອກມາແລ້ວ, ວຽກງານຫັນເປັນດິຈີຕອນດ້ານການສຶກສາຂອງຈີນ ໄດ້ຮັບຜົນງານແບບບຸກ ທະລຸໃນຫຼາຍດ້ານເຊັ່ນ: ພື້ນຖານໂຄງລ່າງ, ຊັບພະຍາກອນດິຈີຕອນ, ຖານລະບົບຂໍ້ມູນຂ່າວສານ, ການຄົ້ນຄວ້າດ້ານການປະຍຸກເຕັກນິກດິຈີຕອນເປັນຕົ້ນ, ໃນນີ້ ການສະໜອງຊັບພະຍາກອນດິຈີຕອນກໍມີຄຸນນະພາບສູງຂຶ້ນຢ່າງເດັ່ນຊັດ. ປັດຈຸບັນ, ຈີນໄດ້ສ້າງສຳເລັດຖານຂໍ້ມູນຊັບພະຍາກອນການສຶກສາ ແລະການຮຽນການສອນຂະໜາດໃຫຍ່ອັບດັບໜຶ່ງຂອງໂລກ, ໄດ້ເຜີຍແຜ່ລະ ບຽບແບບແຜນມາດຕະຖານຕ່າງໆ ກ່ຽວກັບການຫັນເປັນດິຈີຕອນດ້ານການສຶກສາ ແລະການກໍ່ສ້າງຫຼັກສູດການຮຽນອອນລາຍແບບເປີດກວ້າງຂະໜາດໃຫຍ່ ຫຼື MOOC(massive open online courses)
ພ້ອມດຽວກັນນັ້ນ, ໃນພາກການຮຽນການສອນຕົວຈິງ, ເຕັກນິກດີຈີຕອນໄດ້ເສີມຂະຫຍາຍຈຸດພິເສດຕ່າງໆຂອງຊັບ ພະຍາກອນການສຶກສາດິຈີຕອນເຊັ່ນ: ສາມາດຮຽນໄດ້ຫຼາຍເທື່ອເປັນຕົ້ນ, ບັນລຸການສອນແບບ “ໜຶ່ງຄົນໜຶ່ງວິທີ” “ໜຶ່ງຄົນໜຶ່ງວິຊາ”, ສ້າງໃຫ້ມີຫຼາຍຮູບແບບການຮຽນການສອນເຊັ່ນ: ການ ສອນແບບແບ່ງລະດັບ, ການຮຽນການສອນແບບປີ້ນດ້ານ (Flipped Class Model) ແລະອື່ນໆ ເຊິ່ງໄດ້ຊຸກຍູ້ການພັດ ທະນາການສຶກສາແບບລາຍບຸກຄົນຢ່າງແຂງແຮງ.
ນອກນີ້, ເຕັກໂນໂລຊີຂໍ້ມູນຂ່າວສານທັນສະໄໝຕ່າງໆເຊັ່ນ: ປັນຍາປະດິດ ຫຼື AI ຖານຂໍ້ມູນໃຫຍ່ເປັນຕົ້ນ ອາດຈະສາມາດຊ່ວຍແກ້ໄຂບັນຫາຫຍຸ້ງຍາກດ້ານການປະເມີນການສຶກສາ, ຊຸກຍູ້ການປັບປຸງຍົກລະດັບແນວຄວາມຄິດ ແລະຮູບການປະເມີນການ ສຶກສາ.
ຕາມຕົວເລກຂໍ້ມູນດ້ານດັດຊະນີການພັດທະນາການສຶກສາ ດິຈີຕອນທົ່ວໂລກ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຈີນເຜີຍແຜ່ນັ້ນ ສະແດງໃຫ້ເຫັນວ່າ: ນັບຕັ້ງແຕ່ປະຕິບັດແຜນດຳເນີນງານຍຸດທະສາດການຫັນເປັນດິຈີຕອນດ້ານການສຶກສາເປັນຕົ້ນມາ, ດັດຊະນີການພັດທະນາການສຶກສາດິຈີຕອນຂອງຈີນໄດ້ຍົກສູງຂຶ້ນຈາກອັນດັບທີ 24 ເປັນອັນດັບທີ 9 ຂອງໂລກ.
ປີ 2025, ຈີນຈະເປີດບັ້ນປະຕິບັດຍຸດທະສາດ ການຫັນເປັນດິຈີຕອນດ້ານການສຶກສາໄລຍະ3ປີຄັ້ງໃໝ່. ເພື່ອຊຸກຍູ້ການຈັດຕັ້ງປະຕິບັດຍຸດທະສາດນີ້ ໃຫ້ຂະຫາຍເຂົ້າສູ່ທັງລວງກວ້າງ ແລະລວງເລິກ, ເພື່ອບຸກເບີກເສັ້ນທາງການພັດທະນາການຫັນເປັນດິຈີຕອນດ້ານການສຶກສາ ທີ່ມີສີສັນພິເສດຂອງຈີນໃຫ້ໄດ້, ຈີນຄວນສຸມໃສ່ວຽກງານ 3 ດ້ານດັ່ງນີ້:
ໜຶ່ງ: ການລວມຕົວໃຫ້ເປັນໜຶ່ງດຽວ ຄືຂໍກຸນແຈສຳຄັນເພື່ອຊຸກຍູ້ການປະຕິບັດຍຸດທະສາດການຫັນເປັນດິຈີຕອນດ້ານການ ສຶກສາ. ການລວມຕົວໃຫ້ເປັນໜຶ່ງດຽວ ແມ່ນລວມເອົາຊັບພະ ຍາກອນບໍລິຫານການສຶກສາ ແລະ ຊອບແວການສອນໃຫ້ເປັນລະບົບດຽວແບບກາຍອິນຊີ, ເພື່ອບັນລຸການປະຕິບັດງານໂດຍລວມ ທີ່ມີປະສິດທິພາບ ແລະປະສິດທິຜົນກວ່າເກົ່າ. ຜ່ານຈາກວິທີການດັ່ງກ່າວ ແມ່ນສາມາດທັບມ້າງວົງຈອນປິດລ້ອມດ້ານຂໍ້ມູນຂ່າວສານ, ເພື່ອບັນລຸການແບ່ງປັນ ແລະແລກປ່ຽນຂໍ້ມູນ, ຍົກສູງປະສິດທິພາບການຮຽນ-ການສອນ ແລະ ລະດັບການ ຄຸ້ມຄອງບໍລິຫານ, ເຮັດໃຫ້ຊັບພະຍາກອນການສຶກສາທີ່ມີຄຸນ ນະພາບດີ ສາມາດເຂົ້າເຖິງທຸກແຫ່ງຫົນທີ່ມີຄວາມຕ້ອງການ.
ສອງ: “AI+ການສຶກສາ” ເປັນຈຸດສຳຄັນໃນການສຸມກຳລັງເຂົ້າໃນການຊຸກຍູ້ການປະຕິບັດຍຸດທະສາດ ການຫັນເປັນດິຈີຕອນດ້ານການສຶກສາ. ໄປຄຽງຄູ່ກັບ AI ໄດ້ເຊື່ອມໂຍງເຂົ້າໃນຂົງເຂດຕ່າງໆຢ່າງບໍ່ຢຸດຢັ້ງ, ໃນອະນາຄົດ, ສັງຄົມຈີນຈະຕ້ອງການຜູ້ມີຄວາມຮູ້ຄວາມສາມາດດ້ານດິຈີຕອນ ແລະ ການປະດິດສ້າງຫຼາຍກວ່າເກົ່າ. ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນຢູ່ກອງປະຊຸມສອງສະພາຂອງຈີນປີນີ້, ທ່ານ ຫວຍຈິ້ນເຜິງ ລັດຖະມົນຕີກະຊວງສຶກສາທິການຈີນໄດ້ຢືນຢັນວ່າ: ປີນີ້ ຈີນຈະເຜີຍແຜ່ປຶ້ມປົກຂາວກ່ຽວກັບການສຶກສາປັນຍາປະດິດ ເພື່ອເສີມສ້າງຄຸນນະ ພາບ ແລະ ຄວາມສາມາດສູງກວ່າເກົ່າໃຫ້ແກ່ນັກຮຽນນັກສຶກສາ ໃນຍຸກດິຈີຕອນ ແລະຍຸກອັດສະລິຍະ.
ສາມ: ການຊຸກຍູ້ການປະຕິບັດຍຸດທະສາດ ການຫັນເປັນດິຈີຕອນດ້ານການສຶກສາ ແມ່ນຕ້ອງເຕົ້າໂຮມກຳລັງແຮງສັງລວມຂອງບັນດາຝ່າຍ. ຈີນມີພຽງແຕ່ເສີມຂະຫຍາຍທ່າແຮງນຳໜ້າໃນດ້ານພື້ນຖານໂຄງລ່າງເຄືອຂ່າຍຂໍ້ມູນຂ່າວສານ, ເຕົ້າໂຮມກຳລັງແຮງສັງລວມຂອງລັດ, ສະຖາບັນການສຶກສາຊັ້ນສູງ ແລະ ວັດສາຫະກິດເປັນຕົ້ນ, ນຳພາການໝູນໃຊ້ຊັບພະຍາກອນຕ່າງໆຂອງບັນດາຝ່າຍທີ່ກ່ຽວຂ້ອງເຊັ່ນ: ຂໍ້ມູນ, ແບຈຳລອງ,ປະສິດທິພາບໃນການປະມວນຜົນຂໍ້ມູນຂ່າວສານແລະອື່ນໆ ໃຫ້ແຕກດອກອອກຜົນຢູ່ໃນຂົງເຂດການສຶກສາເທົ່ານັ້ນ, ຈຶ່ງຈະສາມາດສ້າງສະພາບການແບບເປີດກວ້າງ ທີ່ສະໜັບສະໜູນຜູ້ມີຄວາມຮູ້ຄວາມສາມາດ ດ້ານວິທະຍາສາດເຕັກໂນໂລຊີການສຶກສາພັດທະນາແບບເຊື່ອມໂຍງເຂົ້າກັນໄດ້.
ຕາມຂໍ້ຮຽກຮ້ອງຂອງ ທ່ານ ສີຈິ້ນຜິງ ທີ່ໃຫ້ຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດວ່າດ້ວຍການຫັນເປັນດິຈີຕອນດ້ານການ ສຶກສາ, ສ້າງສັງຄົມແຫ່ງການຮຽນຮູ້, ເມື່ອເຮັດໄດ້ຄືແນວນັ້ນ, ກໍຍ່ອມຈະສາມາດຊຸກຍູ້ໃຫ້ຜູ້ມີຄວາມຮູ້ຄວາມສາມາດທຸກປະເພດ ແລະ ທຸກລະດັບປາກົດຕົວອອກຢ່າງບໍ່ຢຸດຢັ້ງ ເພື່ອສະໜອງສິ່ງຄ້ຳຊູອັນແຂງແຮງ ດ້ານຜູ້ມີຄວາມຮູ້ຄວາມສາມາດ ໃຫ້ແກ່ການ ສ້າງສາຄວາມທັນສະໄໝແບບຈີນ.
ທີ່ມາ: CMG






