ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍົກລະດັບການນໍາໃຊ້ຜະລິດຕະພັນສື່ສິ່ງພິມ ເຂົ້າໃນວຽກງານຕ້ານການຄ້າມະນຸດ ໃຫ້ສື່ມວນຊົນ ຢູ່ແຂວງຄໍາມ່ວນ

Nov 6, 2024

ກອງປະຊຸມຝຶກອົບຮົມການນໍາໃຊ້ຜະລິດຕະພັນສື່ສິ່ງພິມ ເຂົ້າໃນວຽກງານຕ້ານການຄ້າມະນຸດ ໃຫ້ຂະແໜງຖະແຫຼງຂ່າວ ແລະ ວັດທະນະທຳ ທີ່ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 6 ພະຈິກ 2024 ໂດຍມີ ທ່ານ ແສງມະນີ ສີລາເພັດ ຮອງຫົວໜ້າພະແນກ ຖວທ ແຂວງ, ທ່ານ ບຸນເພັງ ສຸພາບ ຮອງຫົວໜ້າຫ້ອງການກະຊວງ ຖວທ, ມີ ວິທະຍາກອນຈາກກົມຕຳຫຼວດສະກັດກັ້ນຕ້ານການຄ້າມະນຸດ ກະຊວງ ປກສ, ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ນັກສໍາມະນາກອນຈາກຫ້ອງການ ຖວທ ເມືອງພາຍໃນແຂວງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສ້າງຄວາມຮັບຮູ້-ຄວາມເຂົ້າໃຈ ໃຫ້ພະນັກງານໃນຂະແໜງຖະແຫຼງຂ່າວ ແລະ ວັດທະນະທຳ ກໍ່ຄືຜູ້ຮັບຜິດຊອບວຽກງານສື່ມວນຊົນຂອງແຂວງ ແລະ ບັນດາເມືອງ ໄດ້ຮັບຮູ້ກ່ຽວກັບບັນດານິຕິກຳ, ສະພາບການຄ້າມະນຸດໃນພາກພື້ນ ແລະ ສປປ ລາວ, ຈັນຍາບັນສື່ມວນຊົນ ແລະ ວີທີການນໍາໃຊ້ສື່ສິ່ງພິມ ເຂົ້າໃນວຽກງານຕ້ານການຄ້າມະນຸດ ເພື່ອເປັນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ ກັບການປ້ອງກັນຕ້ານການຄ້າມະນຸດ ໃນທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈເຖິງພິດໄພ ແລະ ຜົນຮ້າຍຂອງການຄ້າມະນຸດ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານສື່ມວນຊົນ ທີ່ເປັນກະບອກສຽງໃນການໂຄສະນາ ເຜີຍແຜ່, ອອກຂ່າວ ແລະ ປູກຈິດສໍານຶກໃນທົ່ວສັງຄົມ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ບົນພື້ນຖານປະສານສົມທົບຮ່ວມມືກັບທຸກພາກສ່ວນ ທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ຂັ້ນຕ່າງໆ ທີ່ກ່ຽວຂ້ອງ ເພື່ອນໍາເອົາແນວທາງນະໂຍບາຍກ່ຽວກັບການສະກັດກັ້ນການຄ້າມະນຸດຫັນລົງສູ່ຊຸມຊົນທ້ອງຖິ່ນ ເພື່ອເຮັດໃຫ້ ພະນັກງານ, ລັດຖະກອນ, ປະຊາຊົນ ມີສະຕິລະວັງຕົວ ຕໍ່ກັບເລລ້ຽມກົນອຸບາຍຂອງພວກຂະບວນການຄ້າມະນຸດທັງພາຍໃນ ແລະ ຕ່າງປະເທດ.
ໂອກາດດັ່ງກ່າວ ທ່ານ ບຸນເພັງ ສຸພາບ ຍັງໄດ້ຮຽກຮ້ອງມາຍັງຂະແໜງການສື່ມວນຊົນ ຈົ່ງຊ່ວຍກັນເປັນກະບອກສຽງໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ເຂົ້າໃນວຽກປະຈໍາວັນ ຂອງຕົນ ເຊັ່ນ: ການຈັດລາຍການຂອງໂຄສົກວິທະຍຸ ຫຼື ໂທລະພາບ ແລະ ສິ່ງພິມຕ່າງໆ ໃຫ້ມີການສອດແຊກຂໍ້ມູນຂ່າວສານວຽກງານຕ້ານການຄ້າມະນຸດ ເພື່ອເປັນກະບອກສຽງໃຫ້ແກ່ສັງຄົມໄດ້ຮັບຮູ້ ແລະ ມີສະຕິລະວັງຕົວໃຫ້ສູງ.
May be an image of 9 people, dais and text