ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍົກລະດັບການອ່ານ ແລະ ແປພາສາລາວເດີມ ໃນໜັງສືໃບລານ ໃຫ້ ຖວທ 4 ແຂວງພາກໃຕ້

May 6, 2025

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ການຝຶກອົບຮົມ ການອ່ານ ແລະ ແປພາສາລາວເດີມ ໃນໜັງສືໃບລານ ເພື່ອສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງອັດຕະປື, ເຊກອງ, ຈຳປາສັກ ແລະ ແຂວງສາລະວັນຈັດຂຶ້ນໃນວັນທີ 5 ເມສາ 2025 ທີ່ແຂວງສາລະວັນ ໂດຍມີທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງສາລະວັນ, ທ່ານ ນາງ ຈັນເພັດຄຳຟອງຫົວໜ້າກົມວັນນະຄະດີ ແລະ ພິມຈຳໝ່າຍກະຊວງ ຖວທ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ຈັນເພັດ ຄຳຟອງ ໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບທຶນສະໜັບສະໜູນຈາກອົງການອຸຍແນັດສະໂກ, ເຊິ່ງຄວາມສຳຄັນຫລາຍ ໂດຍເລັ່ງໃສ່ການສ້າງຄວາມເຂັ້ມແຂງ ທາງດ້ານວິຊາການ ແກ່ບຸກຄະລາກອນ ໃນການອ່ານ ແລະ ປະຕິວັດໜັງສືໃບລານ ຫລື ການປ່ຽນແປງ, ເຊິ່ງແມ່ນຂະບວນການທຳອິດ ທີ່ນຳເອົາເນື້ອໃນໃຈຄວາມຕ່າງໆ ໃນໜັງສືໃບລານແຕ່ລະຜູກ ມາເຜີຍແຜ່ອອກສູ່ສັງຄົມ ທັງເປັນການປົກປັກຮັກສາ ແລະ ສືບທອດມູນມໍລະດົກອັນລ້ຳຄ່າຂອງຊາດ ນຳໃຊ້ໃຫ້ເກີດປະໂຫຍດໃນສັງຄົມ ໂດຍໄດ້ຮັບການສຶກສາຮຽນຮູ້ວັນນະຄະດີ ແລະ ປະຫວັດສາດທີ່ສຳຄັນຂອງຊາດຫລາຍເລື່ອງ ເປັນຕົ້ນ ສັງສິນໄຊ, ພະເຫວດສັນດອນ, ທ້າວຮຸ່ງທ້າວເຈືອງ ແລະ ເລື່ອງອື່ນໆ ທີ່ໄດ້ຮັບການແປອອກມາເຜີຍແຜ່ສູ່ສັງຄົມ.
ພ້ອມນີ້, ຍັງເປັນວຽກບຸລິມະສິດໜຶ່ງທີ່ສໍາຄັນ ເຊິ່ງນອນຢູ່ໃນເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດ ແຜນພັດທະນາຂອງຂະແໜງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄລຍະ 5 ປີ 2026-2030 ທັງເປັນການຄັດເລືອກເອົາບຸກຄົນ ທີ່ມີຄວາມຮູ້ຄວາມສາມາດ, ຄວາມຊໍານານ ແລະ ການປະລິວັດໜັງສືໃບລານແຕ່ລະແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມຝຶກອົບຮົມການເປັນຄູຝຶກດ້ານການອ່ານ ແລະ ປະຕິວັດໜັງສືໃບລານ ໃນຕໍ່ໜ້າ.
ການຝຶກອົບຮົມຄັ້ງນີ້, ບັນດາສໍາມະນາກອນ ທີ່ເຂົ້າຮ່ວມ ຈະໄດ້ຮຽນຮູ້ 2 ວິຊາຫລັກຄື: ອັກສອນລາວເດີມ ແລະ ອັນສອນທໍາ ເນື່ອງຈາກອັກສອນສອງປະເພດນີ້ ຖືກນໍາໃຊ້ຈົດບັນທຶກໃນໜັງສືໃບລານຫລາຍທີ່ສຸດ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ຈະແຈ້ງ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນຕໍ່ໜ້າ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນ ທີ່ເຮັດວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ