ຍົກລະດັບຄວາມສາມາດໃຫ້ສື່ມວນຊົນ

ສື່ມວນຊົນຈາກສະພາແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ສື່ມວນຊົນຈາກພາກສ່ວນຕ່າງໆ ອ້ອມຂ້າງສູນກາງ ຫລາຍກວ່າ 50 ຄົນ ໄດ້ຮັບການຝຶກອົບຮົມໃນຫົວຂໍ້: “ສ້າງຄວາມເຂັ້ມ ແຂງໃນການດໍາເນີນລາຍການໂທລະພາບ ແລະ ຕັດຕໍ່ແບບມືອາຊີບ” ໃນວັນທີ 4 ມັງກອນ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍແມ່ນສະ ພາແຫ່ງຊາດລາວ ເປັນເຈົ້າພາບຈັດຂຶ້ນເປັນຄັ້ງທີ III.
ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ, ກໍາມະການສໍາຮອງສູນກາງພັກ, ເລຂາທິ ການສະພາແຫ່ງຊາດ ໃຫ້ຮູ້ວ່າ: ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ມີຄວາມໝາຍສໍາຄັນຫຼາຍເພື່ອເຮັດໃຫ້ວຽກງານຂອງກົມສື່ມວນຊົນຄະນະເລຂາທິການສະພາແຫ່ງ ຊາດ ກໍຄືສື່ມວນຊົນຂອງສະພາປະຊາຊົນຂັ້ນແຂວງມີຄວາມເຂັ້ມແຂງໃນການຕິດ ຕາມ ແລະ ອອກຂ່າວຜ່ານສື່ຕ່າງໆ ໃຫ້ມີຄວາມວ່ອງໄວ, ທັນເຫດການ, ມີຄຸນນະ ພາບດີຂຶ້ນ. ຄະນະເລຂາທິການໃນຖານະຮັບ ຜິດຊອບລວມ ຈຶ່ງໄດ້ຈັດກອງປະຊຸມຝຶກອົບຮົມຂຶ້ນມາ ເພື່ອແລກປ່ຽນບົດຮຽນ ເຊັ່ນ:ການເປັນໂຄສົກປະກາດຂ່າວ ແລະ ການເປັນພິທີກອນລາຍການທາງໂທລະພາບ, ການຂຽນບົດ, ການສ້າງສະຄຣິບລາຍ ການໂທລະພາບ ແລະ ຂ່າວ; ການຕັດຕໍ່ພາບ ແລະ ວິດີໂອ ແບບມືອາຊີບ ຊຶ່ງວິທີ ການຝຶກອົບຮົມ ແມ່ນການນຳສະເໜີຮູບແບບ ແລະ ວິທິການເປັນຜູ້ປະກາດຂ່າວ, ເປັນພິທີກອນລາຍການ ແລະ ພາກປະຕິບັດຕົວຈິງໃນການສ້າງຄອນເທັນ, ຂຽນສະຄຣິບ, ການຖ່າຍທຳ ແລະ ການຕັດຕໍ່ແບບມືອາຊິບ.
ບົດຮຽນທີ່ນໍາມາສະເໜີຄັ້ງນີ້ ຕິດພັນໂດຍກົງໃນການປະຕິບັດພາລະບົດບາດຂອງກົມສື່ມວນຊົນທີ່ເປັນກົງຈັກການຈັດຕັ້ງ ຂຶ້ນກັບຄະນະເລຂາທິການສະພາແຫ່ງ ຊາດ ກໍຄືສື່ມວນຊົນ ຂອງສະພາປະຊາຊົນຂັ້ນແຂວງ ເພື່ອເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ.




