ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາ ຊີປາຊີຟິກ (APCICT/ESCAP) ຈັດຊຸດຝຶກອົບຮົມໃນຫົວຂໍ້: ພັດທະນາຄວາມສາມາດ ດ້ານການຄຸ້ມຄອງປັນຍາປະດິດ (AI) ຂຶ້ນໃນວັນທີ 2-3 ກັນຍາ 2025 ໂດຍການເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ, ທ່ານ ບັກໂຄເດັຍ ເບີຄະນ໋ອຟ ເຈົ້າໜ້າທີ່ສະຫະປະຊາຊາດ ປະຈຳ ສປປ ລາວ, ພ້ອມດ້ວຍສໍາມະນາກອນຈາກບັນດາກົມ/ທຽບເທົ່າ ພາຍໃນ ກຕສ, ມະຫາວິທະຍາໄລ ອຸດອນຣາດຊະພັດ (UDRU) ປະເທດໄທ ເຂົ້າຮ່ວມ.
ການຝືກອົບຮົມໃນຄັ້ງນີ້, ເປັນການຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈໃນການຫັນເປັນດິຈິຕອນ ໂດຍສະເພາະ ປັນຍາປະດິດ ຫລື AI ທີ່ກຳລັງປ່ຽນແປງທຸກດ້ານຂອງຊີວິດມະນຸດ ແລະ ຈະມີບົດບາດສຳຄັນຫລາຍກວ່າເກົ່າຂອງ AI ທີ່ກຳລັງປ່ຽນແປງຮູບແບບການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນຂອງມະນຸດ. ໃນປັດຈຸບັນ, ສປປ ລາວ ກໍາລັງຕັ້ງໜ້າຈັດຕັ້ງຜັນຂະຫຍາຍວິໄສທັດການພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ໃຫ້ບັນລຸຜົນສໍາເລັດຢ່າງເປັນຮູບປະທຳ ແນໃສ່ການຊຸກຍູ້ ສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈິຕອນ ໃນທົ່ວສັງຄົມ.

ໂອກາດນີ້, ທ່ານ ແກ້ວວິສຸກ ໂສລະພົມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນ ໃນການຊຸກຍູ້ ແລະ ສົ່ງເສີມການຫັນເປັນທັນສະໄໝ, ພ້ອມທັງເນັ້ນໃຫ້ຜູ້ເຂົ້າຮ່ວມ ຕັ້ງໜ້າເອົາໃຈໃສ່ ຮຽນຮູ້, ແລກປ່ຽນ ແລະ ແບ່ງປັນປະສົບການ ກ່ຽວກັບການນຳໃຊ້ AI ໃນຂະແໜງຂອງຕົນ ຮ່ວມກັບຄະນະທີມງານຄູຝຶກໃນຄັ້ງນີ້, ພ້ອມທັງສ້າງເຄືອຂ່າຍການຮ່ວມມື ເຊິ່ງກັນ ແລະ ກັນ ຊ່ວຍກັນຂັບເຄື່ອນວຽກງານດັ່ງກ່າວ, ໃຫ້ໄດ້ຮັບຜົນສຳເລັດຕາມເປົ້າໝາຍສາມາດນຳໄປຕໍ່ຍອດ ເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ເພື່ອກຽມຄວາມພ້ອມໃນການພັດທະນາໃນຍຸກດິຈິຕອນ ເປັນລະບົບຕໍ່ເນື່ອງໃຫ້ທົ່ວເຖິງ ແລະ ມີຜົນສຳເລັດຢ່າງມີປະສິດທິພາບສູງ.
ຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ.


