ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ຈັດຝຶກອົບຮົມ ຍົກລະດັບຄວາມຮູ້ໃຫ້ສື່ມວນຊົນ ກ່ຽວກັບການລາຍງານຂ່າວ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃນວັນທີ 4 ພະຈິກ 2024 ເພື່ອສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນ ກ່ຽວກັບວຽກງານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແນໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງລາວບັນດາເຜົ່າ ໂດຍສະເພາະແມ່ນຜູ້ຖືກເຄາະຮ້າຍ ເພື່ອນຳເອົາວຽກງານດັ່ງກ່າວ, ລົງເຜີຍແຜ່ໃຫ້ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ ແລະ ປ່ຽນແປງພຶດຕະກຳ.
ທ່ານ ພຸດທະວັນ ສີສະຫວັດ ຄະນະປະສານງານດ້ານສື່ມວນຊົນ ຂອງອົງການສະຫະປະຊາຊົນ ກອງທຶນສຳລັບປະຊາກອນ ໄດ້ກ່າວວ່າ: ຄວາມຮຸນແຮງບົນພື້ນຖານທາງເພດ ແມ່ນການລະເມີດສິດທິມະນຸດຢ່າງຮຸນແຮງ, ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ໄດ້ຮັບຜົນກະທົບທາງຮ່າງກາຍ ເຊັ່ນ: ການບາດເຈັບ, ການຖືພາທີ່ບໍ່ຕ້ອງການ, ການເອົາລູກອອກທີ່ບໍ່ປອດໄພ, ການຕິດພະຍາດຕິດຕໍ່ທາງເພດສໍາພັນ. ບໍພຽງແຕ່ເທົ່ານັ້ນ, ຍັງໄດ້ຮັບຜົນກະທົບທາງດ້ານຈິດໃຈທີ່ອາດຈະຝັງເລິກໃນໃຈໄປຕະຫລອດຊີວິດ, ຖືກຕໍານິຕິຕຽນ, ຖືກປະຕິບັດທີ່ບໍ່ດີຈາກຊຸມຊົນຂອງເຂົາເຈົ້າ. ໃນທົ່ວໂລກ ແມ່ຍິງ 1 ໃນ 3 ຄົນ ເຄີຍປະສົບກັບຄວາມຮຸນແຮງຕໍ່ຮ່າງກາຍ ແລະ ທາງເພດໃນຊີວິດ ຕົ້ນຕໍແມ່ນຈາກຄູ່ຮັກຂອງເຂົາເຈົ້າເອງ.
ສຳລັບໃນ ສປປ ລາວ ໄດ້ຄົ້ນຄວ້າກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ລະດັບຊາດ ໃນປີ 2014 ພົບວ່າມີ 1 ໃນ 3 ຂອງແມ່ຍິງທີ່ເຄີຍຢູ່ໃນສາຍສໍາພັນ ເຄີຍປະສົບກັບຄວາມຮຸນແຮງຕໍ່ຮ່າງກາຍ, ທາງເພດຈາກຄູ່ຮັກຂອງເຂົາເຈົ້າ, ສາເຫດກໍຍ້ອນວ່າ ຄວາມຮຸນແຮງບົນພື້ນຖານທາງເພດ ຖືກຍອມຮັບ ແລະ ຖືເປັນເລື່ອງປົກກະຕິຈາກທັດສະນະຂອງທັງຍິງ ແລະ ຊາຍ. ຈາກການສໍາຫລວດດັດສະນີໝາຍສັງຄົມລາວ (LSIS) ພົບວ່າ ເກືອບ 1 ໃນ 3 ຂອງແມ່ຍິງໃນລາວ ເຊື່ອວ່າການທີ່ຜູ້ຊາຍຕີເມຍ ເປັນເລື່ອງທີ່ເຂົ້າໃຈໄດ້. ນອກຈາກນີ້, ປະຊາກອນເພດຍິງຢູ່ແຂວງອັດຕະປື, ອຸດົມໄຊ ແລະ ຜົ້ງສາລີ ປະສົບກັບຄວາມຮຸນແຮງ ແມ່ນມີເກືອບ 1 ໃນ 2.
ຊຸດຝຶກອົບຮົມໃນຄັ້ງນີ້, ສຳມະນາກອນ ໄດ້ຮຽນຮູ້ກ່ຽວກັບລາຍງານເຫດການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ຢ່າງມີຈັນຍາບັນ ເຊິ່ງສາມາດສ້າງຄວາມເຂັ້ມແຂງໃຫ້ຜູ້ລອດຊີວິດຈາກຄວາມຮຸນແຮງໄດ້; ປູກຈິດສໍານຶກໃນຊຸມຊົນກ່ຽວກັບຄວາມຮຸນແຮງບົນພື້ນຖານທາງເພດ, ພ້ອມທັງວິທີການປ້ອງກັນ ແລະ ໂຕ້ຕອບຕໍ່ຄວາມຮຸນແຮງ; ສົ່ງເສີມຄວາມສະເໝີພາບທາງເພດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ອື່ນໆ.
ຂ່າວ: ກິດຕາ





