ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍົກລະດັບຄຸນນະພາບການບໍລິການໃຫ້ຂະແໜງທ່ອງທ່ຽວແຂວງບໍ່ແກ້ວ

Nov 18, 2024

ສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມ ກັບພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ຈັດຝຶກອົບຮົມຍົກລະດັບຄຸນນະພາບການບໍລິ ການ ແລະ ການເອົາໃຈໃສ່ລູກຄ້າ ໃຫ້ບັນດາພະນັກງານ ບໍລິສັດນໍາທ່ຽວ, ເຮືອນພັກ, ໂຮງແຮມ ແລະ ຮ້ານອາຫານ ໃນວັນທີ 18 ພະຈິກ 2024 ທີ່ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມ ທ່ານ ນາງ ບຸດສະບາ ຈັນຊົມພູ ຮອງຫົວໜ້າພະແນກ ຝຶກອົບຮົມ, ສະຖາ ບັນສື່ມວນຊົນ, ວັດທະນະທໍາ ແລະ ການທ່ອງທ່ຽວ ກະຊວງ ຖວທ ພ້ອມດ້ວຍຄູຝຶກ ແລະ ສໍາມະນາກອນເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້, ທັກສະ ແລະ ຄຸນສົມບັດຂອງພະນັກງານບໍລິການໃນຂະແໜງການທ່ອງທ່ຽວ ໃນລະດັບຂອງພະນັກງານບໍລິການ ຜູ້ທີ່ເຮັດວຽກຕົວຈິງ ຢູ່ບໍລິສັດທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ກຸ່ມບໍລິການທ່ອງທ່ຽວທີ່ກ່ຽວຂ້ອງ ແນໃສ່ໃຫ້ສາມາດດໍາເນີນ ການບໍລິການ ໃຫ້ເກີດຄວາມປະທັບໃຈແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາຢ້ຽມຢາມແຂວງບໍ່ແກ້ວ ພ້ອມ ທັງເປັນການສົ່ງເສີມກິດຈະກຳ ການທ່ອງທ່ຽວ ໃຫ້ເປັນຂະບວນຟົດຟື້ນ, ຊຶ່ງບັນດານັກສໍາມະນາກອນ ຈະໄດ້ຮຽນຮູ້ ຫລັກການພື້ນຖານ ໃນການຕ້ອນຮັບ ຄຸນລັກສະນະຂອງການຕ້ອນຮັບທີ່ດີ, ຄຸນສົມບັດຂອງພະນັກງານຕ້ອນຮັບ, ຂໍ້ຄວນລະວັງເປັນພະນັກ ງານຕ້ອນຮັບ, ວິທີປະຕິບັດໃນການໃຫ້ບໍລິການທີ່ເປັນເລີດ, ຄວາມແຕກຕ່າງລະຫວ່າງການເອົາໃຈໃສ່ ແລະ ການບໍລິການ,
ຄວາມສໍາຄັນຂອງການບໍລິການທີ່ດີ, ການບໍລິການເວລາແຂກມາຮອດທີ່ພັກແຮມ, ການບໍລິການລະຫວ່າງແຂກກຳລັງພັກ ແລະ ການບໍລິການແຂກອອກຈາກທີ່ພັກ, ທັກສະການແກ້ໄຂບັນຫາ, ການບໍລິການອາຫານ ແລະ ເຄື່ອງດື່ມ, ການກະກຽມອຸປະກອນເທິງໂຕະອາຫານ, ການທໍາຄວາມສະອາດ ແລະ ການຈັບຖືອຸປະ ກອນປະຕິບັດຕົວຈິງ ການພັບຜ້າເຊັດມື, ການຈັດໂຕະອາຫານ, ການເສີບອາຫານ ຫລັກການພື້ນຖານການບໍລິການອາຫານ ແລະ ເຄື່ອງດຶ່ມມາລະຍາດທົ່ວໄປ ແລະ ອື່ນໆ.
ຂ່າວ: ຄໍາເພັງ ສີສະຫວ່າງ