ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣນາໆຊາດ ປະຈໍາ ສປປ ລາວ ຈັດຝຶກອົບຮົມກ່ຽວກັບ ທັກສະການລາຍງານຂ່າວບັນຫາສີຂຽວ ໃຫ້ສື່ມວນຊົນ 6 ແຂວງພາກກາງ-ພາກໃຕ້ (ແຂວງຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ອັດຕະປື ແລະ ແຂວງເຊກອງ) ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ (GAMCIL) ໃນວັນທີ 21 ເມສາ 2025 ທີ່ແຂວງຈໍາປາສັກ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ໂດຍມີ ທ່ານທອງຫລໍ່ ດວງສະຫວັນ ຄະນະບໍລິຫານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນາໆຊາດ ປະຈໍາ ສປປ ລາວ, ທ່ານ ຄໍາເພັດ ເທບໄກສອນ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນຊ່ຽວຊານ ຈາກຕ່າງປະເທດ ແລະ ສູນກາງ, ບັນດາຜູ້ປະສານງານໂຄງການປະຈໍາແຂວງ ແລະ ສຳມະນາກອນເຂົ້າຮ່ວມ.
ທ່ານ ນາງ ບົວຄໍາ ດວງປັນຍາ ໄດ້ກ່າວວ່າ: ໂດຍຈັດຕັ້ງປະຕິບັດແຜນການດຳເນີນງານ ຂອງໂຄງການ GAMCIL ສ້າງຄວາມສາມາດໃຫ້ຜູ້ທີ່ເຮັດວຽກງານ ຖະແຫລງຂ່າວ-ສື່ມວນຊົນ ໃນທົ່ວປະເທດ ໂດຍເນັ້ນໃສ່ການເສີມສ້າງທັກສະແກ່ນັກຂ່າວ, ຜູ້ເຮັດວຽກງານສື່ມວນຊົນ ທາງພາກລັດ ແລະ ສັງຄົມ, ນໍາໃຊ້ເຕັກໂນໂລຊີສິ່ງໃໝ່ໆ ເຂົ້າມາຊ່ວຍໃນການຂຽນຂ່າວ, ຜະລິດຂ່າວ, ບົດຄວາມຕ່າງໆ ຫົວຂໍ້ສີຂຽວ, ການພັດທະນາສີຂຽວ ແລະ ຍືນຍົງ ໂດຍຕິດພັນກັບການຮັກສາ ສະພາບແວດລ້ອມ, ການປ່ຽນແປງສະພາບດິນຟ້າອາກາດ ພ້ອມທັງສະເໜີຂໍ້ມູນຂ່າວສານ ກ່ຽວກັບເນື້ອໃນບັນຫາສີຂຽວ ຢູ່ໃນທ້ອງຖິ່ນຂອງຕົນ ໃຫ້ໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ, ມີປະສິດທິຜົນ ເຮັດໃຫ້ສັງຄົມ ຮັບຮູ້ເຂົ້າໃຈ, ມີສ່ວນຮ່ວມຫລາຍຂຶ້ນ ໃຫ້ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ເປັນມິດກັບສິ່ງແວດລ້ອມ ແບບຍືນຍົງ.
ການຝຶກອົບຮົມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງຄໍາເຫັນຂອງຄະນະປະທານ ກ່ຽວກັບຄວາມສໍາຄັນຂອງໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ ພ້ອມນີ້, ສຳມະນາກອນ ຍັງໄດ້ຮຽນຮູ້, ແລກປ່ຽນບົດຮຽນຫລາຍດ້ານ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເປັນຕົ້ນ ກ່ຽວກັບມາດຕະຖານນັກຂ່າວຄຸນນະພາບສີຂຽວ, ຂໍ້ມູນ ແລະ ຂ່າວ, ການລາຍງານຂ່າວສີຂຽວ, ສະພາບພູມອາກາດ, ແຫລ່ງຂໍ້ມູນ, ການຄົ້ນຄວ້າ, ວິໄຈ ແລະ ອື່ນໆ. ນອກນັ້ນ, ຍັງຈະໄດ້ຄົ້ນຄວ້າ, ແລກປ່ຽນດ້ານວຽກງານການຄຸ້ມຄອງສື່ມວນຊົນ, ຄວາມປອດໄພ ໃນການໃຊ້ສື່ສັງຄົມອອນລາຍ ແລະ ການແກ້ໄຂບັນຫາສື່ສັງຄົມອອນລາຍ, ການນໍາໃຊ້ປັນຍາປະດິດ (AI) ຂົ້າໃຊ້ໃນວຽກງານສື່, ບົດບາດ ແລະ ຄວາມສະເໝີພາບຍິງ-ຊາຍໃນຍຸກດີຈິຕອນ, ຈັນຍາບັນນັກຂ່າວໃນຍຸກປັດຈຸບັນ, ການຖ່າຍ-ຕັດຕໍ່ວີດີໂອ, ຮູບພາບຂ່າວ ເຜີຍແຜ່ໃນສື່ອອນລາຍ.
ຂ່າວ: ວິໄລວອນ ສິດທິໄຊ, ພາບ: ທູນທອງໃຈ





